ທຸລະກິດໜ້າສົນໃຈ ໃນຍຸກ 2020
ພົບກັບ 5 Trends ຂອງຍຸກ 2020 ທີ່ຊີ້ວ່າ ທຸລະກິດໃດເປັນທຸລະກິດທຸລະກິດໜ້າສົນໃຈ ແລະ 5 ຮູບແບບ ທຸລະກິດທີ່ໜ້າສົນໃຈ ເຊີ່ງເໝາະສົມກັບ ຍຸກສະໄໝ ສະພາບເສດຖະກິດ ແລະ ສັງຄົມ ໄດ້ທີ່ນີ້.
5 Trends ຂອງຍຸກ 2020 ທີ່ຈະນຳໄປສູ່ ທຸລະກິດທີ່ໜ້າສົນໃຈ
ຫຼັງຈາກຄົນທີ່ເລີ່ມເຂົ້າມາ ຢູ່ໃນເມືອງຫຼາຍຂື້ນ ໃນຊ່ວງ 30 – 40 ປີທີ່ຜ່ານມາ ເຮັດໃຫ້ສີ່ງທີສອດຄ່ອງກັບທຸລະກິດ ຊີວິດ ແລະLifestyle ຂອງຄົນເມືອງ ໄດ້ເຂົ້າມາມີບົດບາດ ແລະ ເປັນກຸ່ມທຸລະກິດ ທີ່ມີການຈະເລີນເຕີບໂຕ ໄວຢ່າງໜ້າຕົກໃຈ.
ເຊັ່ນ ທຸລະກິດປະເພດ Modern Trade ແລະ Discount Store ຮ້ານສະດວກຊື້ ຮ້ານອາຫານ Fast food, ຮ້ານຊັບພະສີນຄ້າ ແລະ ໂຮງໜັງ ເປັນຕົ້້ນ ແລະ ຍັງສົ່ງຜົນໃຫ້ທຸລະກິດຫຼາຍໆ ປະເພດ ຕ້ອງປັບຕົວໃຫ້ເໝາະສົມ ແລະ ເຂົ້າກັບຍຸກສະໃໝ ເພື່ອຄວາມຢູ່ລອດຂອງຕົວທຸລະກິດ ນັ້ນຄື ຕົວທຸລະກິດທະນາຄານ ເຊີ່ງຕ້ອງມີການເປີດຮ້ານຊັບພະສິນຄ້າ ແລະ ເປີດການໃນມື້ພັກ.
ອີກທຸລະກິດໜື່ງໃນການປັບຕົວ ຢ່າງຊັດເຈນ ຄື ທຸລະກິດພັດທະນາອະສັງຫາລິມມະຊັບ ໂດຍການແຂ່ງຂັນກັນສ້າງ Condominium ເພື່ອຕອບໂຈດຄົນລຸ້ນໃໝ່ ທີ່ຢູ່ໃນເມືອງ ເພາະຄົນທີ່ຢູ່ໃນເມືອງນັ້ນ ໃຊ້ຊີວິດຄວາມແຮງຮີບ ເວາ ເຮັດຄວາມສະອາດບ້ານກໍ່ໜ້ອຍ ການຖ້າຢູ່ ຫ້ອງແຖວ ມີພື້ນທີ່ໃຊ້ສອຍໜ້ອຍ ແລະເດີນທາງສະດວກ ຈື່ງເໝາະກັບຄົນເມືອງ.
ແຕ່ທຸລະກິດໜ້າສົນໃຈ ທີ່ຕອບໂຈດກັບສີ່ງທີ່ຢູ່ໃນປະຈຸບັນ ມັກຈະເປັນທຸລະກິດ ທີ່ມີການແຂ່ງຂັນສູງ ຢູ່ແລ້ວ ເພາະນັກທຸລະກິດສ່ວນໃຫຍ່ ກໍ່ເບີ່ງອອກແລ້ວວ່າ ( ແມ່ນຍັງຈະມາ ແມ່ນຍັງຈະໄປ ) ສິ່ງທີນ້າສົນໃຈກ່ວາ ຈື່ງເກີດໃນຍຸກ 2020 ຫຼາຍກ່ວາ ເຮົາຈະມາເບີ່ງກັນ ແນວໂນມທີ່ຈະເກີດຂື້ນໃນ ຍຸກ 2020 ມີຍັງແດ່.
1. ສັງຄົມຜູ້ສູງອາຍຸ
ໃນຍຸກ 2020 ນັ້ນປະເທດລາວເອງ ກໍ່ຫຼີກລ້ຽງສີ່ງທີ່ໂລກທັງໂລກກຳລັງປະເຊີນໜ້າ ບໍ່ໄດ້ຄືສັງຄົມທີ່ສູງອາຍຸ ໃນອານາຄົດ ນັ້ນຜູ້ສູງອາຍຸ ຈະມີສັດສ່ວນ 30 % ຊອງປະຊາກອນທັງໝົດ ເຊີ່ງຄົນກຸ່ມນີ້ ມີກຳລັງຊື້ມະຫາສານ ແລະຈັບງ່າຍທຸກສີ່ງ ທີ່ເບີ່ງວ່າເປັນຍັງໃຫ້ເຂົາມີອາຍຸຍືນຍາວ ແລະ ໄດ້ຮັບຄວາມສຸກ ສີ່ງທີ່ຄົນກຸ່ມນີຈະໄດ້ໃຊ້ບໍລິການ ຄົງຈະເປັນການທ່ຽວພັກພ່ອນ ຕາມສະຖານທີ່ທ່ອງທ່ຽວ ສີນຄ້າປະເພດ Anti-ageing ແລະ ອາຫານເສີມ.
2. ຄວາມເປັນຕົວຂອງຕົວເອງໃນຍຸກໃໝ່
ຄົນ Gen Y ຫຼືຄົນທີ່ມີອາຍຸຕັ້ງແຕ່ 18 – 33 ປີ ກຳລັງຈະເລີ່ມມີບົດບາດ ທົດແທນຄົນລຸ້ນພໍ່ລຸ້ນແມ່ ຂອງພວກເຂົາ ຫຼືພວກ Gen X ກັບ Baby Boomer ໂດຍພວກ Gen Y ເປັນພວກໃຈຮ້ອນ ມີຄວາມເປັນຕົວເອງສູງ ຮັກອິດສະຫຼະ ມັກແບບລຽລງ່າຍ ບໍ່ເນັ້ນພິທີຕີຕອງ ມັກສູດລັດກ້າໄດ້ ກ້າເສຍ ຢາກໄດ້ຄວາມວ່ອງໄວ.
ຈະເຫັນໄດ້ວ່າຄຸນສົມບັດເຫຼົ່ານີ້ ຜັກດັນໃຫ້ Gen Y ຄິດບໍ່ຄືກັບຄົນລຸ້ນກ່ອນ ພວກເຂົາບໍ່ມັກທີ່ຈະເປັນລູກນ້ອງໃຜ ຢາກສ້າງເນື້ອສ້າງຕົວໄດ້ໄວ ແລະມີ Lifestyle ທີ່ຂ້ອນຂ້າງທີ່ຈະເລັ່ງການເຮັດ ( ທຸລະກິດສ່ວນຕົວ ) ຈື່ງເປັນສ່ວນທີ່ປະສົມທີ່ລົງຕົວ ແລະ ເໝາະສົມກັບ Gen Y ເປັນທີ່ສຸດ.
ເພາະມັນຕອບໂຈດ ໃນເລືອງທີ່ Gen Y ຈະໄດ້ສະແດງຄວາມສາມາດ ແລະ ຕົວຕົນຂອງຕົວເອງໄດ້ ຢ່າງເຕັມສັກກະຍະພາບ ມີຄວາມອິດສະຫຼະກັບສີ່ງທີ່ເຮັດ ແລະ ສ້າງເນື້ອສ້າງຕົວໄດ້ຢ່າງວ່ອງໄວ.
3. IQ ໃນເລື່ອງການວາງແຜນໃນການເງີນ
ຄົນລຸ້ນໃໝ່ ໃຫ້ຄວາມສຳຄັນກັບການວາງແຜນທາງການເງີນ ພວກເຂົາຮູ້ຈັກວຽກງານທາງການເງີນຕ່າງໆ ບໍ່ວ່າຈະເປັນຫຸ້ນ ພັນນະບັດ ຫຼື ກອງທືນຮ່ວມ ພວກເຂົາຮັບຄວາມສ່ຽງ ຫຼາຍກ່ວາຄົນລຸ້ນພໍ່ ແມ່ ແລະ ຄິດວ່າການຝາກເງີນກັບທະນາຄານ ບໍ່ສະໃຈສຳຫຼັບເຂົາ.
ນອກຈາກນີ້ເຮົາຍັງສັງເກດໄດ້ຈາກ ອັນດັບໜັງສື ຊື້ຂາຍດີ ຕາມຮ້ານໜັງສືຊື່ດັງຕ່າງໆ ຈະເຫັນໄດ້ວ່າ ໜັງສືທີ່ກ່ຽວກັບການເງີນ ແລະ ການລົງທືນ ຂາຍຄືອັນດັບຕົ້ນໆ ເລີຍ.
4. ບໍລິສັດທີ່ລົດຕົ້ນທືນ ເຮັດໃຫ້ຄຳວ່າ “ນ້ອຍນັ້ນງາມ” ເປັນທີ່ແຜ່ຫຼາຍ
ນັບມື້ຕົ້ນທືນການພະລິດສິນຄ້າຕ່າງໆ ກໍ່ມີແຕ່ສູງຂື້ນ ຈື່ງມີແນວໂນ້ມທີ່ບໍລິສັດ ຈະຫັນມາຈ້າງຄົນອື່ນ ຜະລິດແທນ ແລະ ມາມຸ້ງເນັ້ນການປະຊາສຳພັນ ການຕະຫຼາດ ແລະການຂາຍ ຮ່ວມເຖີງການສ້າງ Brand ຫຼາຍຂື້ນ ເພາະນັ້ນເປັນສີ່ງເຮັດໃຫ້ ສີນຄ້າ 1 ອັນ ແຕກຕ່າງສີນຄ້າ ອື່ນໆ.
ຫາກບໍ່ເນັ້ນທາງດ້ານ ມື້ຕໍ່ມາ ບໍ່ລິສັດອື່ນໆ ອາດຈະລອກຮຽນແບບ ແລະຜະລິດສີນຄ້າແບບດຽວກັບທ່ານ ໃນຕົ້ນທືນທີ່ຖືກກ່ວາ ນອກຈາກນີ້ ບໍລິສັດກໍ່ຈະ Outsource ສີ່ງອື່ນໆ ທີ່ບໍທະນັດໃຫ້ຄົນອື່ນເຮັດ ເຊັ່ນ Call Center ເປັນຕົ້ນ.
ແລະ ບໍລິສັດຈະເນັ້ນໄປໃສ່ ການໃຫ້ບໍລິສັດມີການຄ່ອງຕົວ ບໍ່ຕ້ອງແບກເລື້ອງພະນັກງານຫຼາຍ ເຮັດໃຫ້ບໍລິສັດຈະໃຊ້ ຮູບແບບການຂາຍ Franchise ຫຼາຍຂື້ນ.
5. ຫາຄວາມສຸກທາງໃຈ ຫຼາຍກົ່ວທາງວັດຖຸ
ຄົນຫຼຸ້ນໃໝຈະເລືອກເຮັດສີ່ງທີ່ຕົນເອງມັກ ແລ້ວໄດ້ເງີນນ້ອຍ ແທນທີ່ ຈະເລືອກສີ່ງທີ່ຕົນເອງບໍ່ມກັ ແຕ່ລາຍໄດ້ມະຫາສານ ເພາະເມື່ອໃຜບາງຄົນ ໄດ້ເຮັດໃນສີ່ງທີ່ມັກແລ້ວ ການເຮັດວຽກກໍ່ບໍ່ຄືກັບ ການເຮັດວຽກອີກຕໍ່ໄປ ການເຮັດວຽກຈະຄືກັບການຫຼີ້ນຫຼາຍກ່ວາ.
ແລະ ຄົນຈະໃຫ້ຄວາມສຳຄັນກັບເວລາທີ່ ໃຫ້ກັບຄວາມສຸກທາງຮ່າງກາຍຂອງຕົວເອງ ແລະ ຄວາມຮັກ ຄວາມອົບອຸ່ນ ໃນຄອບຄົວ ຫຼາຍກົ່ວທີ່ຈະເນັ້ນໄປທີ່ວັດຖຸ ຈະເຫັນໄດ້ຈາກຊ່ວງຫຼັງໆ ທີ່ສີ່ງທີ່ກ່ຽວຂ້ອງກັບ ພະພຸດສາດສະໜາ ມາແຮງຫຼາຍ ບໍ່ວ່າຈະເບີ່ງໄປທີ່ ອັນດັບໜັງສືຂາຍດີ ການສວດມົນຂ້າມປີ ແລະການ ໄປປະຕິບັດທຳ.
ທຸລະກິດໜ້າສົນໃຈ 5 ຮູບແບບຂອງຍຸກ 2020
ແນວໃດກໍ່ຕາມພຽງແຕ່ທ່ານ ຢາກເຮັດທຸລະກິດສ່ວນຕົວ ຄົງຈະຍັງບໍພໍ ຮູບແບບທຸລະກິດທີທ່ານຈະລົງທືນ ລົງແຮງ ແລະ ທຸ້ມເທເວລາລົງໄປ ເພື່ອສ້າງມັນຂື້ນມາ ໃຫ້ສຳເລັດ ຄົງບໍ່ແມ່ນທຸລະກິດຫຍັງກະໄດ້ ຖ້າມັນເປັນສີ່ງ ທີ່ບໍ່ຕອບສະໜອງກັບ ຍຸກສະໄໝ ສະພາບເສດຖະກິດ ແລະ ສັງຄົມ.
ມັນກໍ່ບໍ່ຕ່າງກັບ ລູກໝູ 2 ໃນ 3 ຕົວໃນເຫຼື້ອງລູກໝູສາມໂຕ ທີ່ບໍໄດ້ສ້າງບ້ານ ເພາະມັນເປັນສິ່ງທີ່ຢັ້ງຢືນ ແລະ ເຫຼື້ອງປວດຫົວ ທີ່ບໍ່ໜ້າພິດສະໄໝຫຼາຍ ຈະຕາມທ່ານມາ.
ຖ້າເລືອກໄດ້ ທ່ານຄົງຢາກປວດຫົວກັບການເງີນບໍ່ທັນ ບໍ່ຮູ້ຈະເອົາເງີນໄປໃຊ້ເຮັດຫຍັງ ຫຼາຍກົ່ວທີ່ຈະປວດຫົວກັບເຫຼື້ອງ ໜີ້ສີນລົ້ນຕົວ ບໍ່ຮູ້ຈັກຈະໝຸນເງີນແນວໃດ.
ທັງນີ້ທັງນັ້ນ ຮູບແບບ ທຸລະກິດໜ້າສົນໃຈ ສຳລັບອານາຄົດ ທີ່ຄົນທົ່ວໄປ ເຊີ່ງບໍ່ແມ່ນຄົນເກັ່ງລະດັບເທບ ແບບ Bill Gates, Steve Jobs ຫຼື ບັນດາເຈົ້າສົວໃນເມືອງໄທ ກໍ່ສາມາດສ້າງໄດ້ ມີຢູ່ 4 ແບບດັ່ງນີ້.
1. ປ່ຽນວຽກອະດີເຣດ ເປັນທຸລະກິດສ່ວນຕົວ
ທຸລະກິດໜ້າສົນໃຈ ຮູບແບບແລກທີ່ຈະນຳສະເໜີ ຄື ການປ່ຽນວຽກອະດິເຣດ ຫຼື ສີ່ງທີ່ທ່ານມັກ ກາຍເປັນທຸລະກິດ ເຊີ່ງສອດຄ່ອງກັບ ແນວໂນມທີ່ຈະເກີດຂື້ນກັບຂໍ້ 2 ແລະ ຂໍ້ 5 ທ່ານຈະໄດ້ເຮັດໃນສີ່ງທີ່ທ່ານມັກ ຕອນເວັນແລະຕອນຄືນ ແລະ ມ່ວນໄປກັບມັນ ແທນທີ່ທ່ານຈະຢູ່ກັບທຸລະກິດທີ່ທ່ານຄິດວ່າເປັນຕາເບື່ອ ແລະ ບໍ່ເຂົ້າໃຈກັບທ່ານເລີຍ.
2. ເຮັດ ຖຸລະກິດ ໜ້າສົນໃຈ ໃນ Internet
Internet ເປີດໂອກາດໃຫ້ ຄົນບໍ່ມີເງີນທືນ ແຕ່ມີໃຈມັກກໍ່ສາມາດ ສ້າງທຸລະກິດໄດ້ ມີຄົນລາວຢູ່ຄົນໜື່ງທີ່ຕອນນີ້ມີຊື່ສຽງຫຼາຍໃນໂລກ Internetຊື່ທ່ານ ເຂົາຂຽນ Theme ຫຼືເຮົາຈະເອີ້ນວ່າ ເປັນ Layout ຂອງ Website ກໍ່ໄດ້ ແລະ ຂາຍຜ່ານທາງ themeforest.com ແລະ ສາມາດຂາຍໄດ້ ຫຼາຍກົ່ວ $1,000,000.
ເຊີ່ງທ່ານເລີ່ມທຸລະກິດໃນ Internet ເພື່ອຂາຍເຄື່ອງ ຫຼືຂາຍ Content ກໍ່ສາມາດເລີ່ມຂາຍໄດ້ຈາກການເຊົ່າ Host ຈົດ Domain ໄດ້ທີ່ Bluehost.comຫຼື Hostgator.com ເຊີ່ງເປັນທີ່ນິຍົມຫຼາຍ ເພາະຄຸນນະພາບດີ ຄວາມປອດໄພສູງ ຄ້ອນຂ້າງເສຍ ແລະ ທີ່ສຳຄັນທີ່ສຸດລາຄາຖືກ ເໝາະສຳລັບການເລີ່ມຕົ້ນ.
3. ຊື່ Franchise ເປັນການເຮັດ ທຸລະກິດໜ້າສົນໃຈ
ເພື່ອໃຫ້ທ່ານເກາະກະແສ ແນວໂນມທີ່ 4 ເຮົາຈື່ງແນະນຳໃຫ້ທ່ານຊື້ Franchise ແທນທີ່ຈະເລີ່ມ ສ້າງທຸລະກິດຂອງໂຕເອງຈາກສູນ ນີ້ເປັນອີກວິທີໜື່ງທີ່ເໝາະສຳຫຼັບ ຜູ້ເລີ່ມຕົນທຸລະກິດ ເພາະການຊື້ Franchise ຈະເຮັດໃຫ້ ທ່ານມີ Coach ຄອຍບອກທ່ານວ່າ ທ່ານຄວນຈະເຮັດທຸລະກິດແນວໃດໃຫ້ປະສົບຄວາມສຳເຫຼັດ.
4. ເປັນນັກລົງທືນ
ນີ້ເປັນໜື່ງສຸດຍອດປາທະໜາຂອງຄົນລຸ້ນໃໝ່ ເພາະການເປັນນັກລົງທືນນັ້ນ ເຮັດໃຫ້ກະແສແນວໂນ້ມ ທີ່ຈະເກີດຂື້ນໃນ ຂໍ້ທີ່ສາມ ໄດ້ຢ່າງສະບາຍ ແລະໜ້າທີ່ຂອງນັກລົງທືນ ຄື ໃຊ້ຄວາມຄິດ ແລະ ຄວາມຮູ້ ຫຼາຍກົ່ວທີ່ຈະໃຊ້ແຮງ ແຕ່ແນວໃດກໍ່ຕາມ ຄົນທີ່ຈະເປັນນັກລົງທືນ ມັກຈະເປັນທຸລະກິດມາກ່ອນ ເພື່ອຈະເຮັດໃຫ້ທຸລະກິດສຽບຂາດ.
5. ທຸລະກິດ MLM ເປັນອີກໜື່ງ ທຸລະກິດໜ້າສົນໃຈ
ທຸລະກິດແບບສົນໃຈ ແບບສຸດທ້າຍ ຄື ທຸລະກິດ MLM ເນື່ອງຈາກ ທຸລະກິດ MLM ຈະມີພະລິດຕະພັນສ່ວນໃຫຍ່ ກ່ຽວກັບຄວາມງາມ ແລະ ອາຫານເສີມ ສາມາດລົດເກາະໄປກັບແນວໂນມ ໃນຂໍ້ທີ່ 1 ໄດ້ດີ ແລະ ຍັງຕອບໂຈດ ໃນເຫຼື້ອງຄວາມສຸກທາງໃຈ ໃນຂໍ້ທີ່ 5 ໄດ້ອີກເໝື່ອທ່ານປະສົບຄວາມສຳເຫຼັດໃນທຸລະກິດ.
ນຳ້ມັນລົງຕື່ມ ອີກເກືອບ 200 ກີບ
ຂ່າວ: ຈັນສີ
ບ້ານເຮົາໃນຖານະຜູ້ນຳເຂົ້ານ້ຳມັນຍັງສືບຕໍ່ປັບລາຄາລົງຕາມສະພາບການຊື້-ຂາຍຕົວຈິງໃນຕະຫຼາດໂລກ ໂດຍຊຸດນີ້ລົງເກືອບ 200 ກີບຕໍ່ລິດ ແນ່ນອນເປັນຜົນດີຕໍ່ຕົ້ນທຶນການຜະລິດລະດູແລ້ງນີ້ຂອງຊາວກະສິກອນ ແລະ ບັນດາ ນັກຂັບຂີ່ສາມາດປະຢັດຮ່ວງເງິນຊື້ນ້ຳມັນໄດ້ຫຼາຍຂຶ້ນ.
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສືບຕໍ່ປັບຫຼຸດລາຄານ້ຳມັນຂາຍຍ່ອຍໜ້າປ້ຳນັບແຕ່ເຊົ້າມື້ນີ້ (27 ກຸມພາ) 6:00 ໂມງເປັນຕົ້ນໄປ ຊຶ່ງແອັດຊັງລົງ 180 ກີບຕໍ່ລິດ ແລະ ກາຊວນ 160 ກີບ, ສັງລວມແລ້ວລາຄານ້ຳມັນບ້ານເຮົານັບແຕ່ ກ້າວເຂົ້າ 2015 ລັດຖະບານໄດ້ປະກາດ ປັບປ່ຽນລວມທັງໝົດ 5 ຄັ້ງ ຊຶ່ງແອັດຊັງຫຼຸດລົງເຖິງ 1.220 ກີບ ຂະນະທີ່ກາຊວນກໍລົງມາຢູ່ໃນ 1.020 ກີບ.
ຕາມແຈ້ງການສະບັບໃໝ່ຫຼ້າສຸດທີ່ອອກໂດຍທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ0389/ອຄ.ຄພນລົງວັນທີ 26 ກຸມພາ 2015, ສຳລັບລາຄານ້ຳມັນຢູ່ນະຄອນ ຫຼວງວຽງຈັນແອັດຊັງທຳມະດາຫຼຸດລົງໄດ້ຫຼຸດລົງຈາກຄັ້ງຜ່ານກ່ອນ8.380 ເປັນ 8.200 ກີບ, ກາຊວນລົງຈາກ 7.400 ກີບມາຢູ່ 7.220 ກີບ ແລະ ແອັດ ຊັງພິເສດຂາຍໃນລາຄາ 9.390 ກີບ.
ສ່ວນແຂວງຄຳມ່ວນແອັດຊັງພິເສດຢູ່ 9.420 ກີບ, ທຳມະດາ 8.230 ກີບ, ລາຄາກາຊວນ 7.240 ກີບຕໍ່ລິດ, ແຂວງ ສະຫວັນນະເຂດ ແອັດຊັງພິເສດ 9.450 ກີບ, ທຳມະດາ 8.230 ກີບ ແລະ ນ້ຳມັນ ກາຊວນຖືກລິດລະ 7.240 ກີບ.
ໃນເວລາດຽວກັນຢູ່ແຂວງຈຳປາສັກ ແອັດຊັງພິເສດຕົກຢູ່ 9.470 ກີບຕໍ່ລິດ, ທຳມະດາ 8.240 ກີບ, ກາຊວນຄິດເປັນລິດລະ 7.270 ກີບ, ຂະນະທີ່ພາກເໜືອບໍ່ມີແອັດຊັງພິເສດ ແຕ່ແອັດຊັງທຳມະດາຢູ່ແຂວງບໍ່ແກ້ວຂາຍທີ່ 8.300 ກີບ, ກາຊວນ 7.310 ກີບ ແລະ ແຂວງຊຽງຂວາງ 8.410ກີບສຳລັບແອັດຊັງທຳມະດາ, ກາຊວນລິດໜຶ່ງ 7.430 ກີບ.
ຂໍ້ມູນຂ່າວຈາກ ໜັງສືພິມເສດຖະກິດ-ສັງຄົມ
ຂ່າວ: ຈັນສີ
ຂໍ້ມູນຈາກ: ລາວດີດີ











No comments:
Post a Comment