ສາລະໜ້າຮູ້ຕ່າງໆ

5 ນິໃສທີ່ຈະພັດທະນາຕົວເຮົາໃຫ້ເກັ່ງຫຼາຍຂຶ້ນ


ການພັດທະນາຕົວເອງຖືເປັນສິ່ງທີ່ດີ ແລະ ເຮົາຄວນມີການພັດທະນາຢູ່ສະເໝີ ຖ້າເຮົາມີການພັດທະນາຫຼາຍຂຶ້ນເທົ່າໃດ ເຮົາກໍ່ຈະມີໂອກາດພົບກັບຄວາມສຳເລັດຫຼາຍຂຶ້ນເທົ່ານັ້ນ ວັນນີ້ເຮົາເລີຍມີ ນິໃສທີ່ຈະຊ່ວຍເຮົາໃນການພັດທະນາໃຫ້ເກັ່ງຂຶ້ນ

1. ອ່ານໜັງສືວັນລະໜຶ່ງບົດ ແລະ ຕິດຕາມຂ່າວສານຢູ່ສະເໝີ
2. ຕັ້ງຂໍ້ສົງໃສ ຫຼື ຄວາມເຫັນຕ່າງ ນຳສະເໜີຄວາມຄິດໃໝ່ໆ ໃນທຸກວັນ
3. ຫາເລື່ອງທີ່ສົນໃຈ ສຶກສາຢ່າງຈິງຈັງ ຈົດບັນທຶກ ແລະ ແບ່ງປັນໃຫ້ຜູ້ອື່ນ
4. ກ້າວຂ້າມຄວາມຢ້ານກົວ
5. ເລືອກຢູ່ໃນສັງຄົມທີ່ດີ

ພຽງປະຕິບັດ 5 ຂໍ້ທີ່ກ່າວມາຂ້າງເທິງນີ້ເປັນປະຈຳທຸກວັນຮັບຮອງເລີຍວ່າຊີວິດຈະສົດໃສ ແລະ ປະສົບຜົນສຳເລັດໄດ້ແນ່ນອນ


ວີທີຊ່ວຍໃຫ້ສະໝອງສະຫຼາດຂຶ້ນ


 
ທຸກຄົນຢາກມີສະໝອງທີ່ສະຫຼາດ ບາງຄົນກໍ່ມີມາແຕ່ກຳເນີດເຊິ່ງມັນຖືວ່າເປັນໂຊກດີຫຼາຍ ແຕ່ສຳລັບຄົນທີ່ບໍ່ໄດ້ຖືມັນມາແຕ່ເກີດກໍ່ຕ້ອງຫາຕົວຊ່ວຍກັນແນ່ ເຊິ່ງວັນນີ້ເຮົາມີ ວິທີຊ່ວຍເຮັດໃຫ້ສະໝອງສະຫຼາດຂຶ້ນ ແບບງ່າຍເຊິ້ງຈະມີແນວໃດນັ້ນເຮົາໄປອ່ານກັນເລີຍ:
1.ອອກກຳລັງກາຍ
ເພື່ອການພັດທະນາສະໝອງ ເຮົາກໍ່ຕ້ອງມີການກະຕຸ້ນການເຕັ້ນຂອງຫົວໃຈ ເຊິ່ງວິທີທີ່ເຮັດໄດ້ແມ່ນການອອກກຳລັງກາຍຢ່າງສະໝ່ຳສະເໝີມັນຈະສາມາດຫລຸດຜ່ອນການສູນເສຍເນື້ອເຍື້ອໃນສະຫມອງໄດ້
2.ການໃຫ້ອາການສະໝອງ
ການກິນອາຫານທີ່ມີໂມເລກຸນທີ່ສາມາດຕ້ານອະນຸມູນອິດສະຫຼະໄດ້ ຈະຊ່ວຍໃຫ້ສານອະນຸມູນອິດສະຫຼະເປັນກາງ ແລະ ບໍ່ເປັນອັນຕະລາຍ ຜັກ,ໝາກໄມ້ທີ່ມີສີສັນຕ່າງໆເຊັ່ນ: ຖົ່ວຕ່າງໆ ທັນຍະພືດ ແລະ ເຄື່ອງເທດ ຈຳພວກນີ້ຈະເປັນສານບຳລຸງສະໝອງໄດ້ເປັນຢ່າງດີ
3.ເລັ່ງຄວາມໄວ
ໂດຍທົ່ວໄປແລ້ວສະໝອງຈະທຳງານຊ້າລົງເມື່ອອາຍຸເລີ່ມເຂົ້າເລກ ແຕ່ຄົນເຮົາບໍ່ວ່າອາຍຸເທົ່າໃດກໍ່ສາມາດຝຶກສະໝອງໃຫ້ທຳງານໄວຂຶ້ນໄດ້ ໂດຍຜ່ານການຟັງ ແລະ ການເວົ້າ
4.ສະຫງົບ
ການລັບຂອງສະໝອງເປັນເລື່ອງທີ່ສຳຄັນ ແຕ່ການສະຫງົບເປັນການຄາຍຄຽດໃນລະດັບສູງ ຄວາມຄຽດໃນສະໝອງມີຜົນຮ້າຍຕໍ່ເຊລສະໝອງຫຼາຍ ດັ່ງນັ້ນທ່ານຈົ່ງລະຖິ້ມຄວາມຄຽດທັງໝົດໂດຍການນັ່ງສະມາທິ
5.ພັກຜ່ອນສະໝອງ
ພະລັງສະໝອງຈາກຄວາມສະຫງົບຄືຄວາມຄິດສ້າງສັນຈາກການນອນ ການທີ່ເຮົານອນພັກຜ່ອນເຕັມທີ່ມັນຈະຊ່ວຍໃຫ້ສຸຂະພາບສະໝອງດີຂຶ້ນ
6.ການຫົວອາລົມດີ
ການຫົວແມ່ນຈະຊ່ວຍກະຕຸ້ນສ່ວນຕ່າງໆຂອງສະໝອງ ເຊິ່ງສາມາດໃຊ້ໂດປາມິນເປັນສານນຳສົ່ງຄວາມຮູ້ສຶກໃຫ້ເກີດຂຶ້ນໄດ້
ທ່ານໃດທີ່ຕ້ອງການຝຶກສະໝອງກໍ່ສາມາດນຳເອົາ ວິທີຂ້າງເທິງນີ້ໄປລອງໃຊ້ເບິ່ງໄດ້ ນອກຈະສະໝອງຈະດີແລ້ວສຸຂະພາບຂອງທ່ານກໍ່ຈະດີອີກດ້ວຍ.


ອາຫານເພື່ອສຸຂະພາບ

ຜັກ 7 ສີ ເພື່ອສຸຂະພາບທ່ີດີ

ຜັກ ​ແລະ ຫມາກ​ໄມ້ ເປັນ​ອາຫານ​ສຸຂະພາບທີ່​ມີຄຸນ​ປະ​ໂຫຍດ ສູງຕໍ່​ຮ່າງກາຍ ​ເພາະ​ນອກຈາກ​ວິ ຕາມິນ​ຕ່າງໆ​ແລ້ວ ຮ່າງ ກາຍ ​ຍັງ​ຕ້ອງການ​ແຮ່​ທາດ​ຕ່າງໆ ເພື່ອ​ປົວ​ແປງ​ສ່ວນ​ທີ່​ເປ່​ເພ ຄຽງ​ຄູ່​ກັນ​ນັ້ນ ກໍ​ສ້າງ​ພູມ​ຕ້ານທານ​ໃຫ້​ກັບ​ຮ່າງກາຍ ​ແລະ ຍັງ​ມີ​ກາກ​ ໃຍ​ອາຫານ ​ເພື່ອ​ຊ່ວຍ​ລະບົບ​ການ​ຍ່ອຍ​ ​ແລະ ຂັບ​ຖ່າຍ​ໄດ້​ດີ​ອີກ​ດ້ວຍ.
ສີ​ແດງ: ຜັກ ​ແລະ ຫມາກ​ໄມ້ທີ່​ມີ​ສີສັນ​ແຈດຕານີ້ ໄດ້​ແກ່ ຫມາກ​ເລັ່ນຫມາກ​ໂມຫມາກກ້ຽງ​ ໃຫຍ່​ສີ​ບົວ (ຫມາກພຸ​ກ) ​ຊ່ວຍ​ໃນ ການ ​ບຳລຸງ​ປອດ ​ແລະ ຍັງ​ຊ່ວຍ​ປ້ອງ​ກັນ​ ພະຍາດ​ມະ​ ເຮັງ​ທີ່​ ຫົວ​ໃຈ.
ສີ​ສົ້ມ-ສີ​ເຫລືອງ: ​ໄດ້​ແກ່ ຫມາກ​ກ້ຽງຫມາກ​ຫຸ່ງ​ ​ເຊິ່ງມີ​ເນກທາຣີນ ທີ່​ມີ​ຄຸນປະ​ໂຫຍ​ດ​ໃນ​ການ ​ບຳລຸງ​ຫົວ​ໃຈ ​ແລະ ກະ​ເພາະ​ອາຫານ,ສຳລັບ​ຜູ້​ທີ່​ມີ​ບັນຫາ​ ໃນ​ເລື່ອງ​ການ​ຂັບ​ຖ່າຍ ຫລື ຍື່ງທ້ອງ ຜັກ ​ແລະ ຫມາກ​ໄມ້​ສີ​ເຫລືອງ ​ແລະ ສົ້ມ​ນີ້ ສາມາດ​ຊ່ວຍ​ໄດ້ ແລະ ຍັງ​ມີ​ວິ ຕາມິນ​​ເຊ ຊ່ວຍ​ບຳລຸງ​ ລະບົບ​ແຊນ​ອີກ​ດ້ວຍ.
ສີ​ແດງ-ມ້ວງ: ​ເຊັ່ນ: ລະ​ແຊັງ ສີມ່ວງສະ​ຕໍ​ເບີຣີ​ແອັບ​ເປິ​ນ​ແດງ ພວກ​ນີ້​ຈະ​​ເຂົ້າ​ໄປ​ຊ່ວຍ​ບຳລຸງ​ການ​ເຮັດ​ວຽກ​ຂອງ​ແຊນ​ສະຫມອງ​ໃຜ​ຢາກ​ເປັນ​ອັດ​ສະລີ​ຍະ ກໍ​ຕ້ອງ​ຮັບ​ປະທານ​ຜັກ ​ແລະ ​ຫມາກ​ໄມ້​ຫມວດ​ນີ້​ຫລາຍໆ.
ສີ​ເຫລືອງ-ຂຽວ: ​ໄດ້​ແກ່​ຜັກ​ຫົມຫມາກອະ​ໂວ​ຄາ​ໂດຜັກກາດສາລີຖົ່ວດິນ ກຸ່ມ​ນີ້ ຈະ​ຊ່ວຍ​ບຳລຸງ​ຕັບ​ຂອງ​ເຮົາ ​ແລະ ຍັງ​ຊ່ວຍ ​ກະ ​ຕຸ້ນ​ລະບົບ​ການ​ ຟອກ​ ຂອງ ​ເສດ​ເຫລືອ​ຕ່າງໆ​ໃນ​ຮ່າງກາຍ​.
ສີຂາວ-ສີຂຽວ: ກະທຽມ ​ໃບ​ກະທຽມ ຫົວ​ຫອມ​ບົ່ວ ຕັ່ງ​ສາຍ ຫມາກກຽງ ກຸ່ມ​ນີ້​ຊ່ວຍ​ໃນ​ການ​ເຮັດ​ວຽກ​ຂອງ​ລະບົບ​ ຫມູນວຽນ​ ຕ່າງໆ​ ພາຍ​ໃນ​ຮ່າງກາຍ ​ໂດຍ​ ສະ​ເພາະ​ຫົວ​ໃຈ.
ສີ​ສົ້ມ: ສີສັນ​ສົດ​ໃສ ​ເປັນ​ຕາ​ແຊບ​ໄດ້​ແກ່: ກາ​ລົດຫມາກມ່ວງ​ສຸກຫມາກອຶ … ເຫມາະ​ສຳລັບ​ແມ່ຍິງ​ສຸຂະ ພາບ​ດີ​ທີ່​ຢາກ​ມີ​ຜິວ​ພັນ ​ນວນ​ນຽນ ຜ່ອງ​ໃສ ​ແລະ ຍັງ​ຊ່ວຍ​ບຳລຸງ​ສາຍຕາ​ອີກ​ດ້ວຍ.
ສີຂຽວ: ຜັກ ຫມາກ​ໄມ້ ປະ​ເພດ​ນີ້ ໄດ້​ແກ່ ດອກ​ຜັກ​ສີຂຽວ ​ກະຫລ່ຳຜັກ​ກວາງ​ຕຸງຜັກ​ບົ້ງ ​ເຊິ່ງມີ​ວິຕາມິນ​ຫລາຍ ຊ່ວຍ​ໃນ​ການ​ບຳລຸງ ​ສາຍຕາ​ໃຫ້​ ມີ​ສຸຂະ ພາບ​ດີ ແລະ ​ເພີ່​ມ​ກາກ​ໃຍຊ່ວຍ​ໃນ​ການ​ຂັບ​ຖ່າຍ​ໄດ້​ດີ.

»»ດື່ມ​ກາ​ເຟ ອາດ​ຊ່ວຍ​ຫລຸດ​ຄວາມ​ຈຳ​ເສື່ອ​ມ​ໄດ້
ຄະນະນັກວິທະຍາສາດໃນ ສ.ອາເມລິກາ ໄດ້ສຶກສາຄົ້ນຄວ້າ ພົບວ່າ ການດື່ມກາເຟ ຈອກຕໍ່ ວັນ ອາດຊ່ວຍຫລຸດ ບັນຫາດ້ານ ຄວາມ ຈື່ຈຳ ທີ່ເກີດຈາກພະຍາດຄວາມ ຈື່ຈຳເສື່ອມ(ອັນໄຊເມີໄດ້ດ້ານນັກ ວິໄຈ ອັງກິດ ພັດກ່າວເຕືອນ ວ່າ ຄົນເຈັບເປັນພະຍາດ ຄວາມ ຈຳ ເສື່ອມ ຍັງບໍ່ຄວນຫັນໄປດື່ມກາເຟ ເພື່ອຫວັງຜົນດັ່ງກ່າວນັ້ນ.
ຄະນະນັກວິທະຍາສາດ ຈາກມະຫາວິທະຍາໄລຟລໍຣິດາ ໄດ້ເຮັດການທົດລອງກັບຫນູຈຳນວນ 55 ໂຕທີ່ຖືກ ເຮັດ ໃຫ້ມີອາການ ຂອງ ພະຍາດສະຫມອງຄວາມ ຈຳເສື່ອມ ເຂົາເຈົ້າໄດ້ທົດລອງທາງພຶດຕິກຳ ກ່ອນ ເພື່ອໃຫ້ແນ່ໃຈ ວ່າ ຫນູ ມີ ບັນຫາດ້ານຄວາມຈຳ ເມື່ອ ອາຍຸ ໄດ້18-19 ເດືອນ ທຽບເທົ່າກັບ ຄົນອາຍຸ 70 ປີ ຈາກນັ້ນ ໃຫ້ຫນູ ເຄິ່ງຫນຶ່ງກິນນ້ຳປະສົມ ກາເຟອິນ ວັນລະ 500 ມິນລີ ກຣາມ ຫລື ເທົ່າກັບຄົນດື່ມກາເຟ ຈອກ ຕໍ່ວັນຫນູອີກ ເຄິ່ງຫນຶ່ງກິນນ້ຳ ລ້າໆ. ປະລິມານ ກາເຟອິນດັ່ງກ່າວ ທຽບເທົ່າກາເຟອິນ ໃນກາເຟປຸງ ແຕ່ງພິເສດເຊັ່ນ: ກາປູຊິໂນ ຫລື ອະລາເຕ ຈອກກາເຟອິນໃນຊາ 14 ຈອກກາເຟອິນໃນນ້ຳອັດລົມ 20 ຈອກ ຜ່ານໄປ ເດືອນທົດ ລອງ ອີກເທື່ອຫນຶ່ງ ພົບວ່າຫນູ ກິນນ້ຳປະສົມກາເຟອິນສ້າງແບບ ທົດລອງດ້ານຄວາມຈື່ຈຳ ແລະ ທັກສະການຄິດ ໄດ້ດີ ຂຶ້ນ ໄດ້ຜົນບໍ່ ຕ່າງຈາກ ຫນູໄວອາຍຸດຽວກັນທີ່ບໍ່ ມີອາການສະຫມອງເສື່ອມ. ສ່ວນ ຫນູ ທີ່ກິນນ້ຳລ້າໆຍັງຄົງສ້າງ ຄະ ແນນໄດ້ບໍ່ດີ.
ນອກຈາກນີ້ການທົດລອງ ຍັງພົບວ່າ ສະຫມອງຂອງຫນູ ທີ່ກິນນ້ຳປະສົມກາເຟອິນ ມີລະ ດັບໂປຣຕິນເບຕາອະມິລອຍຫລຸດ ລົງເກືອບເຄິ່ງຫນຶ່ງ ຊຶ່ງຕາມ ປົກ ກະ ຕິສຳລັບຄົນເຈັບຄວາມຈື່ຈຳ ເສື່ອມ ຈະມີໂປຣຕິນນີ້ ຈັບຕົວເປັນ ກ້ອນຢູ່ໃນສະຫມອງ ແລະ ເມື່ອ ທົດລອງກໍ່ໄປພົບວ່າ ກາເຟອິນ ສົ່ງຜົນຕໍ່ການຜະລິດ ເອັນ ໄຊ ທີ່ຈຳເປັນຕໍ່ການຜະລິດໂປຣຕິນ ເບຕາອະມິລອຍນຳດ້ວຍ. ຄະນະ ນັກວິໄຈ ສັນນິຖານວ່າ ກາເຟ ອິນ ໄປກົດຜົນຂອງການອັກເສບ ໃນສະຫມອງທີ່ເຮັດ ໃຫ້ ລະດັບ ໂປຣ ຕິນສູງເກີນປົກກະຕິ. ກ່ອນ ຫນ້ານີ້ ພວກເຂົາ ເຈົ້າເຄີຍ ທົດລອງກັບ ຫນູ ອາຍຸນ້ອຍທີ່ມີອາການ ອັນ ໄຊເມີ ດ້ວຍການໃຫ້ກາເຟອິນ ເມື່ອເລີ່ມໃຫຍ່ ພົບວ່າ ຊ່ວຍປ້ອງ ກັນການເກີດ ບັນຫາດ້ານຄວາມຈຳໄດ້. ຄະນະນັກວິໄຈ ເຫັນ ວ່າ ຈະເລີ່ມທົດລອງກັບຄົນໄດ້ໃນບໍ່ຊ້ານີ້ ແຕ່ຍັງບໍ່ ແນ່ໃຈວ່າ ການໃຫ້ກາເຟອິນ ປະລິ ມານຫນ້ອຍຈະ ໃຫ້ຜົນເຊັ່ນດຽວກັນກັບຫນູ ຫລືບໍ່. ຄົນສ່ວນໃຫຍ່ ສາມາດຮັບທາດກາເຟອິນ ໄດ້ຢ່າງປອດໄພສູງສຸດ 500 ມິນລີ ກຣາມຕໍ່ວັນແຕ່ສຳ ລັບ ແມ່ ຍິງຖືພາ ຫລື ແມ່ມານ ແລະ ຜູ້ມີພະຍາດຄວາມດັນເລືອດສູງ ຄວນ ກິນກາເຟຢ່າງຈຳກັດ.
ດ້ານມູນນິທິວິໄຈ ພະຍາດຄວາມຈື່ຈຳສະຫມອງ ເສື່ອມ ເຫັນວ່າ ເຖິງວ່າເຫັນຜົນຈາກການທົດລອງ ກັບຫນູແຕ່ໄວເກີນໄປ ທີ່ຈະ ແນະນຳໃຫ້ຄົນເຈັບ ຄວາມຈຳ ສະຫມອງເສື່ອມ ດື່ມກາເຟ ຫລື ກິນຜະລິດ ຕະພັນອາຫານເສີມປະເພດ ກາເຟອິນ ເພື່ອຫວັງເຮັດໃຫ້ ຄວາມ ຈື່ຈຳເສື່ອມດີຂຶ້ນ.

»»ກິນ​ຜັກ ຫລຸດ​ຄວາມ​ສ່ຽງ ​ເປັນ​ພະຍາດ​ມະ​ເຮັງ
*ຜົນການສຶກສາຄົ້ນຄວ້າໃນປະເທດອັງກິດພົບວ່າໂດຍທົ່ວໄປແລ້ວ
ການກິນຜັກມັກມີຄວາມສ່ຽງເປັນມະເຮັງ ຫນ້ອຍ ກວ່າຜູ້ກິນຊີ້ນສັດ ແຕ່ພັດມີຄວມສ່ຽງເປັນ ພະຍາດມະເຮັງລຳໄສ້ເທົ່າກັັນ ແລະເປັນພະຍາດມະເຮັງປາກມົດລູກ ເພີ່ມ ຂຶ້ນ.
ວາລະສານພະຍາດມະເຮັງ ໄດ້ລົງພິມຜົນການສຶກສາຄົ້ນຄວ້າ ຂອງນັກວິທະຍາສາດ ມະຫາວິທະຍາໄລ ຂອງ ອັງກິດ ແລະ ນິວຊີ ແລນ ວ່າ ຈາກການຕິດ ຕາມ ການສຶກສາ ກັບຊາຍ-ຍິງ ອັງກິດ ລວມມີ 61.566 ຄົນ ປະກອ ບດ້ວຍຜູ້ກິນ ຊີ້ນສັດຜູ້ກິນປາ ແຕ່ບໍ່ກິນຊີ້ນ ສັດອື່ນໆ ແລະ ຜູ້ກິນແຕ່ຜັກ ໂດຍ ລວມແລ້ວ ຈະມີ ຄົນເປັນ ມະ ເຮັງ 33 ໃນ 100 ຄົນ ເມື່ອແຍກພະ ຍາດມະເຮັງ ພົບວ່າ ຜູ້ທີ່ເປັນພະຍາດ ມະເຮັງຕ່ອມນ້ຳເຫລືອງ ແລະ ມະເຮັງ ຫລອດເລືອດຫນ້ອຍກວ່າ ຜູ້ ກິນຊີ້ນ ສັດ ເຖິງເຄິ່ງຫນຶ່ງເປັນມະ ເຮັງເມັດເລືອດຂາວ ຊະນິດມັນ ຕິເພິໄມອິໂລມາ ຫນ້ອຍກວ່າ ຜູ້ກິນຊີ້ນສັດ ເຖິງ 3/4. ສ່ວນຜູ້ກິນປາ ບໍ່ພົບວ່າ ມີຄວາມສ່ຽງເປັນພະ ຍາດມະເຮັງເຫລົ່ານີ້ ຫລຸດລົງ ຫລາຍກວ່າ. ສັນຕິຖານວ່າ ກົນໄກ ບາງຢ່າງເຊັ່ນ ເຊື້ອໄວຣັດ ແລະ ຢີນກາຍພັນ ອາດ ເຮັດໃຫ້ຊີ້ນສັດ ມີສານ ສ້າງມະເຮັງ ຫລືບໍ່ ກໍອາດ ເກີດ ຈາກການທີ່ຜັກມີສານປ້ອງກັນ ພະຍາດມະເຮັງ. ນັກວິໄຈພົບອີກວ່າ ຜູ້ມັກກິນຜັກ ແລະ ກິນປາ ມີ ຄວາມສ່ຽງເປັນມະເຮັງ ກະ ເພາະອາຫານ ພຽງ 1/3 ຂອງຜູ້ກິນຊີ້ນສັດ ຄາດວ່າ ເປັນເພາະສານອຸນຫະພູມສູງ ຫລາຍອາດເຮັດໃຫ້ເກີດສານກໍ່ພະຍາດມະເຮັງ.
ຂະນະດຽວກັນ ຜູ້ມັກກິນຜັກ ພັດມີຄວາມສ່ຽງ ເປັນມະເຮັງລຳໄສ້ ບໍ່ຕ່າງຈາກຜູ້ກິນຊີ້ນສັດ ແລະມີ ຄວາມສ່ຽງເປັນ ພະຍາດມະເຮັງ ປາກມົດລູກ ເທົ່າ ຂອງຜູ້ ກິນຊີ້ນສັດ ເຊັ່ນດຽວກັນກັບຜູ້ກິນປາ ເຊິ່ງສັນນິຖານວ່າ ປັດໄຈດ້ານໂພຊະນາການ ອາດ ມີຜົນຕໍ່ເຊື້ອໄວຣັດ ທີ່ເປັນສາເຫດ ຂອງມະເຮັງ ປາກມົດລູກ. ຢ່າງໃດກໍ ຕາມ ຄະນະວິທະຍາສາດ ຂໍໃຫ້ຢ່າຟ້າວຫາຂໍ້ສະຫລຸບ ຈາກຜົນການສຶກສາຄົ້ນ ຄວ້າ ສະບັບນີ້ ເພາະເປັນພຽງຜົນການສຶກສາດຽວ ຈະຕ້ອງສ້າງການສຶກສາເພີ່ມ ຕື່ມ ແລະ ຂໍໃຫ້ຜູ້ທີ່ກິນ ອາຫານໄດ້ສົມດຸນຢູ່ແລ້ວ ຢາຟ້າວ ປ່ຽນ ແປງຮູບແບບ ການກິນອາຫານ.

»»ການ​ດື່ມ​ເຫລົ້າ​ ​ໃນ​ປະລິມານທ່ີ​ເໝາະ​ສົມ ຫລຸດ​ຄວາມ​ສ່ຽງ​ເປັນ​ໜີ້ວ​ຖົງ​ບີ
ນັກວິທະຍາສາດ ຈາກມະຫາວິ ທະຍາໄລ ອິສແອງເກລຍ ປະເທດ ອັງກິດ ຢືນຢັນວ່າ ດື່ມເຫລົ້າ ໃນ ປະລິມານ ເຫມາະສົມ ຫລື ພໍ ດ້າມ ພໍດີຊ່ວຍຫລຸດຄວາມສ່ຽງເປັນໜິ້ວໃນຖົງບີ ໄດ້.
ຈາກການວິເຄາະຂໍ້ມູນຂອງ ການທົດລອງກັບຜູ້ຊາຍ ແລະ ຍິງ 25.000 ຄົນ ຊຶ່ງມີອາຍຸລະຫວ່າງ 45-74 ປີ ພົບວ່າ
ຈາກການວິເຄາະຂໍ້ມູນຂອງ ການທົດລອງກັບຜູ້ຊາຍ ແລະ ຍິງ 25.000 ຄົນ ຊຶ່ງມີອາຍຸລະຫວ່າງ 45-74 ປີ ພົບວ່າ ການດື່ມເບຍດື່ມເຫລົ້າແວງ 250 ມິນ ລີ ລິດຕໍ່ວັນ ຈະຊ່ວຍຫລຸດຄວາມສ່ຽງເປັນໜິ້ວ ໃນຖົງບີ ໄດ້ເຖິງ 1/3. ໜິ້ວໃນຖົງບີ ເປັນພະ ຍາດ ທີ່ ພົບໄດ້ ທົ່ວໄປແຕ່ຈະ ມີຢູ່ ໃນ 10 ຄົນ ເຈັບເປັນພະຍາດນີ້ ແລ້ວສົ່ງຜົນໃຫ້ເກີດອາການອື່ນ ແຊກ ຊ້ອນຂຶ້ນມາ ເຊັ່ນ: ອາການ ເຈັບຫົວຮຸນ ແຮງຕິດເຊື້ອ ຫລື ອັກ ເສບ.
ໜິ້ວຖົງບີ ເກີດຈາກປະລິມານ ໄຂມັນໃນຖົງບີ ຫລາຍເກີນໄປນັ້ນ ຈັບຕົວລວມກັນ ເປັນ ກ້ອນໜິ້ວເຮັດໃຫ້ຄົນເຈັບມີອາການເຈັບ ທ້ອງປວດຮາກ ແລະ ຮາກ ພົບ ຫລາຍ ໃນກຸ່ມ ຜູ້ອາຍຸສູງ. ສ່ວນ ແມ່ ຍິງ ຖືພາຄົນຕຸ້ຍ ແລະ ຜູ້ທີ່ມີ ນ້ຳຫນັກຫລຸດລົງຢ່າງໄວວາ ຫລື ການ ໃຊ້ ຢາບາງຊະນິດກໍສົ່ງຜົນໃຫ້ ເປັນໜິ້ວຖົງບີ ໄດ້ເຊັ່ນ ດຽວກັນ.
ຫລ້າສຸດນັກວິໄຈ ພົບວ່າ ການດື່ມເຫລົ້າ ຫລືປະເພດ ເຄື່ອງດື່ມມຶນເມົາ ໃນປະລິ ມານທີ່ເ ຫມາະສົມພໍດ້າມ ພໍດີ. ນອກຈາກຈະ ຊ່ວຍ ເພີ່ມ ຄໍເລສເຕີໂຣນ ຊະນິດ ທີ່ມີຜົນດີຕໍ່ ສຸ ຂະພາບ ຊຶ່ງຈະຊ່ວຍ ປ້ອງກັນພະ ຍາດຫົວໃຈ ແລະ ຫລອດເລືອດແລ້ວເຫລົ້າຍັງ ຊ່ວຍ ປັບປ່ຽນ ອົງ ປະກອບຂອງ ຄໍ ເລສເຕີໂຣນ ໃນ ຖົງບີ ຈິ່ງສົ່ງ ຜົນໃຫ້ກ້ອນໜິ້ວໃນຖົງບີ ມີຂະ ຫນາດ ນ້ອຍລົງ
»»ນ້ຳ​ເຜິ້ງ
ທ່ານ​ຜູ້​ອ່ານ​ທັງ​ຫລາຍ​ຮູ້​ກັນຫລືບໍ່ວ່າ ​ນ້ຳ​ເຜິ້ງ ທີ່​ເຮົາ​ເຫັນທຸກ​ມື້​ທີ່​ມີ​ລົດ​ຊາດ​ຫວານໆ​ນັ້ນ​ ມີ​ຄຸນ​ປະ​ໂຫຍດ​ຕໍ່​ຮ່າງ ​ກາຍ ​ເຮົາ​ ຢ່າງຫລວງ​ຫລາຍ​ຊຶ່ງນອກ​ຈາກ​ຈະ​ມີ​ຄວາມ​ຫວານ​ແລ້ວ​ກໍຍັງ​ປະ​ກອບ​ດ້ວຍ​ສານ​ ຕ່າງໆ​ປະ​ມານ 50 ຊະ​ນິດ ​ແຕ່​ທ ີ່​ສຳ​ຄັນ​ກວ່າ​ໝູ່​ນັ້ນ​ໄດ້​ແກ່ ນ້ຳ ​ຕານ​ຄລູ​ໂຄສ ແລະ ຟ​ຣຸກ​ໂຕດ ທີ່​ຊ່ວຍ​ໃນ​ການ​ບຳ​ລຸງ​ຮ່າງ​ກາຍ ຊຶ່ງ​ເໝາະ​ສຳ​ລັບ​ຄົນ ​ເຈັບ ຫລື ຄົນ​ທີ່​ມີ​ສຸ​ຂະ​ພາບ​ອ່ອນ​ເພຍ.
ນ້ຳ​ເຜິ້ງ ນອກ​ຈາກ​ມີ​ສານ​ສຳ ຄັນຕ່າງໆ​ແລ້ວ​ຍັງ​ມີ​ແຮ່​ທາດ​ຈຳ​ພວກ ການ​ຊີ​ອອມ ​ໂປ​ ຕາ​ຊີ​ອອມທາດ​ເຫລັກຟົດສະ​ຟໍ​ ວິ​ຕາ​ມິນ​ ຕ່າງໆໂປຣຕິນ..​. ດັ່ງ​ນັ້ນ​ຈຶ່ງ​ບໍ່​ ໜ້າ​ແປກ​ ໃຈ​ວ່າ ​ເວ​ລາ​ທີ່​ເຮົາ​ຮູ້​ສຶກ​ເມື່ອຍໆ​ເມື່ອ​ດື່ມ​ນ້ຳ​ເຜິ້ງ​ປະ​ສົມ​ກັບ​ນ້ຳ​ໝາກ​ ນາວ​ ຈະ​ຮູ້​ສຶກ​ມີ​ແຮງ​ ຂຶ້ນ​ມາ​ທັນ​ທີ. ໃນ​ຕົວ​ຈິງ​ແລ້ວ​ບາງ​ຄັ້ງ​ເພິ່ນ​ອາດ​ໃຊ້​ນ້ຳ​ເຜິ້ງ​ປິ່ນ​ ປົວ​ບາດ​ແຜ​ໄດ້ ຫລື ບາງ​ຄັ້ງ ​ກໍໃຊ້​ໃນ​ການດອງ​ໝາກ​ໄມ້​ ເພື່ອ​ເປັນ​ການ​ຮັກ​ສາ ​ອາ​ຫານ ​ເພື່ອ​ແຮ​ໄວ້​ກິນ​ດົນ ແລະ ທີ່​ ມັກ ​ພົບ​ເລື້ອຍໆ​ກໍຄື​ໝໍ​ຢາ​ພື້ນ ​ເມືອງ​ມັກ​ຈະ​ໃຊ້​ ນ້ຳ​ເຜິ້ງ​ເພື່ອ​ປະ​ສົມ​ກັບ​ຢາ​ພື້ນ​ເມືອງ​ຕ່າງໆ​ ເພ​ື່ອ​ໃຫ້​ມີ​ລົດ ​ຊາດ​ຫອມກິນ​ງ່າຍແລະຍັງ​ເປັນ​ຢາ​ອາ​ຍຸ​ບຳລຸງປະ​ເພດ​ໜຶ່ງ​ອີກ. ນອກ​ຈາກ​ ນີ້​ໃນ​ດ້ານ​ເສີມ​ຄວາມ​ ງາມ​ ນ້ຳ ​ເຜິ້ງ​ກໍມີ​ສ່ວນ ​ເຮັດ​ໃຫ້​ຜິວ​ພັນ ​ກ້ຽງ​ ຜ່ອງໃສ ແລະ ງົດ​ງາມ ​ແບບ​ທຳ​ມະ​ຊາດ​ໄດ້​ອີກ​ດ້ວຍ.
ເມື່ອ​ຮູ້​ເຖິງ​ຄຸນ​ປະ​ໂຫຍດ​ຂອງ​ນ້ຳ​ເຜິ້ງ​ເຊັ່ນ​ນີ້​ແລ້ວ ​ທ່ານ​ຜູ້​ອ່ານ​ທັງ​ຫລາຍ​ຜູ້​ທີ່​ມີ​ເງື່ອນ​ໄຂ​ກໍຄວນ​ຫັນ​ມາ​ບໍ​ລິ​ໂພກ ​ນ້ຳ​ເຜິ້ງ​ມື້​ລະ​ເລັກ ​ມື້​ລະ​ໜ້ອຍ ເພື່ອ​ສຸ​ຂະ​ພາບ ແລະ ຮ່າງ​ກາຍ​ຂອງ​ຄົນ​ເຮົາ ດີກວ່າ​ໄປ​ກິນ​ສິ່ງ​ທີ່​ມຶນ​ເມົາ​ທີ່​ມີ​ຜົນ​ຮ້າຍ​ຕໍ່​ສຸ​ຂະ​ພາບ​ເຮົາ​ເອງ. ແຕ່​ການ​ເລືອກ​ຊື້​ນ້ຳ​ເຜິ້ງ​ ກໍຕ້ອງ​ລະ​ວັງ ​ເພາະ​ໃນ​ປະ​ຈຸ​ບັນ​ນ້ຳ​ເຜິ້ງ​ແທ້​ນັ້ນ​ ຫາ​ ຍາກ​ພໍ​ສົມ​ຄວນສະ​ນັ້ນ​ຈຶ່ງ​ມີ​ຜູ້​ຂາຍ​ບາງ​ຄົນ​ຜະ​ລິດ​ນ້ຳ​ເຜິ້ງ​ປະ​ສົມ​ນ້ຳ​ຕານ​ຂຶ້ນ​ມາ​ ຊຶ່ງ​ ອາດ​ຈະ​ເປັ​ນ​ອັນ​ຕະ​ລາຍ​ໄດ້​ ສະ​ນັ້ນ​ຈຶ່ງ​ຕ້ອງ​ຮູ້​ຈັກ​ພິ​ຈາ​ລະ ​ນາ​ໃຫ້​ດີ​ ດ້ວຍ

ຮັກສາຜົມຫງອກຜົມຫລົ່ນງ່າຍ ດ້ວຍກະທຽມ
ກະທຽມ ນອກຈາກຈະນິຍົມນຳມາໃຊ້ປະກອບອາຫານແລ້ວ ບາງທ່ານອາດຈະບໍ່ຮູ້ວ່າກະທຽມຍັງມີສັບພະຄຸນໃນການກຳຈັດສານພິດ,ເຊື້ອໂຣກບໍລິເວນຜິວໜັງ ແລະ ຍັງສາມາດຮັກສາຜົມຫງອກຜົມຫຼົ່ນໄດ້ນຳອີກ ວັນນີ້ພວກເຮົາເລີຍຈະມາເວົ້າກ່ຽວກັບສູດຮັກສາຜົມຫງອກຜົມຫລົ່ນງ່າຍ ດ້ວຍກະທຽມ ເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກກັນເລີຍ
ສ່ວນປະສົມ
ການທຽມ 3-4 ຫົວ
ນ້ຳມັນໝາກກອກ 5-7 ບ່ວງແກງ
ວິທີເຮັດ
1.
ນຳກະທຽມມາປອກເປືອກອອກ ປັ່ນໃຫ້ລະອຽດຈາກນັ້ນນຳໄປປະສົມກັບນ້ຳມັນໝາກກອກ
3.
ປະໄວ້ປະມານ ວັນ ແລ້ວນຳນ້ຳທີ່ໄດ້ມານວດໃຫ້ທົ່ວເສັ້ນຜົມ ພ້ອມກັບນຳຜ້າຂົນໜູມາຫໍ່ຫົວໄວ້ ປ່ອຍໄວ້ 30-45 ນາທີ ຈາກນັ້ນກໍ່ລ້າງອອກດ້ວຍນ້ຳສະອາດ ແລ້ວສະຜົມດ້ວຍຢາສະຫົວຕາມປົກກະຕິ
4.ເຮັດສູດນີ້ອາທິດລະ ຄັ້ງ ຕິດຕໍ່ກັນປະມານ ເດືອນ ຈະຊ່ວຍໃຫ້ຜົມແຂງແຮງ ບໍ່ຫຼົ່ນງ່າຍ ຜົມຫງອກກໍ່ຈະກາຍເປັນສີດຳ ແລະ ຍັງເຮັດໃຫ້ຜົມຫງອກຊ້າລົງອີກດ້ວຍ

ຮູ້ເຄັບລົບດີໆກັນແບບນີ້ແລ້ວກໍ່ລອງນຳສູດທີ່ວ່າໄປໃຊ້ເບິ່ງເດີ້ ມັນອາດຊ່ວຍເຮັດໃຫ້ຜົມຂອງທ່ານແຂງແຮງ ບໍ່ຫຼົ່ນງ່າຍ ຜົມບໍ່ຫງອກໄວໄດ້

ໝາກມັງຄຸດ ຮັກສາສິວ
ໝາກມັງຄຸດ ນອກຈາກຈະແຊບ ແລະມີລົດຊາດສົ້ມຫວານແລ້ວ ຍັງມີສານແທນນິນຊຶ່ງມີລິດຊ່ວຍໃນການຮັກສາບາດແຜໃຫ້ດີໄວຂຶ້ນ ແມງໂກສຕິນຊ່ວຍອາການອັກເສບ ແລະຍັງມີລິດໃນການຕ້ານເຊື້ອແບັກທິເລຍ
ທີ່ເຮັດໃຫ້ເກີດເປັນໜອງທາງຢາສະໝຸນໄພ ໃຊ້ເປືອກໝາກມັງຄຸດຕາກໃຫ້ແຫ້ງຕົ້ມນໍ້າ ຫຼືຢ້າງໄຟແລ້ວ ນໍາມາຝົນກັບນໍ້າປູນໃສຊ່ວຍແກ້ຖອກທ້ອງ ຫຼື ຖ້າເປັນເປືອກແຫ້ງນຳມາຝົນກັບນໍ້າປູນໃສເຊັ່ນກັນຈະຊ່ວຍໃນການຮັກສາອາການນໍ້າກັດຕີນ ແລະບາດແຜທີ່ເປື່ອຍ ນອກຈາກນັ້ນເປືອກໝາກມັງຄຸດຍັງມີສານປ້ອງກັນເຊື້ອລາ ແລະເໝາະນຳມາເຮັດເປັນປຸ໋ຍເຊັ່ນກັນ.
     ວິທີໃຊ້: ນຳເປືອກໝາກມັງຄຸດ ມາປະສົມນໍ້າລ້າໆໃສ່ໃຫ້ພໍດີໆຈາກ ນັ້ນໃຫ້ນຳມາພອກໜ້າຈົນແຫ້ງ ແລ້ວລ້າງອອກ (ກໍລະນີມີສິວຫຼາຍ) ໃຫ້ແຕ່ສະເພາະຈຸດທີ່ເປັນສິວ.

     ຂໍ້ຄວນລະວັງ: ນຳມາທາໜ້າຕ້ອງລະມັດລະວັງບໍ່ໃຫ້ເຂົ້າຕາ.

ແກ່ນໝາກມີ້ ປະໂຫຍດດີໆທີ່ບໍ່ຄວນເບິ່ງຂ້າມ

ນອກຈາກໝາກໄມ້ຕະກູນເບີຣີ້ແລ້ວ ຍັງມີໝາກມີ້ທີ່ມີປະໂຫຍດຕໍ່ສາວໆ ຢ່າງທີ່ເຮົາບໍ່ຄວນຂ້າມ ນອກຈາກຈະແຊບແລ້ວ ແກ່ນໝາກມີ້ຍັງມີສັບພະຄຸນອີກຫຼາຍຢ່າງທີ່ຕ້ອງຮູ້ ເຮົາໄປຮູ້ກັນເລີຍ

ຊ່ວຍໃຫ້ຜິວນຽນ: ພຽງນຳໝາກມີ້ສຸກມາພອກໃສ່ໜ້າ ແຂນຂາ ຈະຊ່ວຍເຮັດໃຫ້ຜິວນຽນຂຶ້ນໄດ້ພຽງເຮັດອາທິດລະຄັ້ງ ເປັນປະຈຳຜິວຈະງາມຂຶ້ນແນ່ນອນ
ຊ່ວຍຫຼຸດການເກີດຮອຍແຫ່ວເຖິງໃບໜ້າ: ເພາະໃນໝາກມີ້ຈະມີສານຕ້າຍອະນຸມູນອິດສະຫຼະຢູ່ ຈິ່ງຊ່ວຍຫຼຸດຮອຍແຫ່ວເທິງໃບໜ້າໄດ້
ມີໂປຣຕີນ: ສຳລັບສາວໆທີ່ກຳລັງຢາກຫຼຸດນ້ຳໜັກ ລອງກິນຕົ້ນໃນໝາກເບິ່ງ ເພາະໃນໝາກມີ້ຈະທາດໂປຣຕິນກິນແລ້ວເຮັດໃຫ້ອີ່ມປານກິນເຂົ້າ
ຊ່ວຍໃຫ້ຜົມງາມ: ໃນແກ່ນໝາກມີ້ກໍ່ມີປະໂຫຍດ ແກ່ນໝາກມີ່ຈະຊ່ວຍໃຫ່ການໝູນວຽດຂອງເລືອດດີຂຶ້ນ ແລະ ຍັງຊ່ວຍກະຕຸ້ນໃຫ່ຜົມຍາວຂຶ້ນອີກດ້ວຍ


ວິທີແກ້ຜິວໜ້າລອກໃນລະດູໜາວ ດ້ວຍສະໝຸນໄພໃກ້ຕົວດີ100%

ປັນຫາໜ້າລອກໜ້າແຫ້ງ ມີສາເຫດມາຈາກຫຼາຍໆຢ່າງ ແຕ່ຫຼັກໆນັ້ນມາຈາກການທີ່ຜິວຂອງເຮົາຢູ່ໃນພາວະຂາດນໍ້າ ຈົນສົ່ງຜົນໃຫ້ຜິວມີສະພາບແຫ້ງຂາດຄວາມຊຸ່ມຊື່ນ ເມື່ອເຊວຜິວຊັ້ນນອກເຊື່ອມສະພາບລົງ ສຸດທ້າຍຜິວໜ້າກໍຄ່ອຍໆລອກອອກໃນທີ່ສຸດ.
ສູດສະໝຸນໄພໃກ້ຕົວແກ້ປັນຫາໜ້າລອກ
ສູດທີ 1: ນໍ້າເຜີ້ງ ການພອກໜ້າດ້ວຍນໍ້າເຜີ້ງຈະຊ່ວຍບໍາລຸງຜິວໜ້າໃຫ້ນຸ່ນນວນຊຸ່ມຊື່ນ ແຖມນໍ້າເຜີ້ງຍັງຊ່ວຍບໍາລຸງຮັກສາຜິວໜ້າແຫ້ງແຕກລອກ ໄດ້ອີກດ້ວຍ ຊຶ່ງມີວິທີງ່າຍໆ ພຽງແຕ່ເອົາໄຂ່ແດງ ໜ່ວຍ ໄປປະສົມກັບນໍ້າເຜີ້ງ ບ່ວງແກງ ຄົນໃຫ້ເຂົ້າກັນແລ້ວນໍາມາພອກໜ້າປະໄວ້ 10 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ.
ສູດທີ 2: ໃບເຕີຍຫອມ + ໃບບົວບົກ + ນໍ້າເຜີ້ງ ພຽງແຕ່ເອົາໃບເຕີຍຫອມໄປຄັ້ນເອົານໍ້າໃຫ້ໄດ້ ບ່ວງ ຈາກນັ້ນກໍເອົາໃບບົວບົກໄປຄັ້ນໃຫ້ໄດ້ ບ່ວງ ແລ້ວນໍາເອົາສ່ວນປະກອບທັ້ງສອງຢ່າງນີ້ປະສົມກັບນໍ້າເຜີ້ງປະມານ ບ່ວງ ແລ້ວເອົາມາທາໜ້າປະໄວ້ປະມານ 15 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ.
ສູດທີ 3: ໝາກເລັ່ນໃຫຍ່ + ໝາກແຕງ + ນົມສົດ ເອົາສ່ວນປະສົມທັ້ງໝົດມາປັ່ນໃຫ້ເຂົ້າກັນ ຫຼັງຈາກນັ້ນກໍາເອົາມາພອກໜ້າປະໄວ້20 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ ຈະຊ່ວຍໃຫ້ຜິວກັບມານຸ່ນນວນຫຼາຍຂຶ້ນ.
ສູດທີ 4: ວ້ານຫາງແຂ້ ມາປອກເປືອກຈົນໄດ້ວຸ້ນ ຫຼືນໍ້າເມືອກໃສໆ ຈາກນັ້ນເອົາໄປລ້າງໃຫ້ສະອາດ ແລ້ວເອົາມາພອກໜ້າປະໄວ້ປະມານ30 ນາທີ ວຸ້ນຈາກວ້ານຫາງແຂ້ຈະຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວ ແລະຊ່ວຍຫຼຸດອາການຜິວລອກ ແລະຜິວແຫ້ງ.

ສູດທີ 5: ນົມສົດ ເອົານົມສົດທາບໍລິເວນຜິວທີ່ແຫ້ງລອກ ທາເປັນປະຈໍາທຸກມື້ ແລ້ວຜິວຈະຄ່ອຍໆເຊົາລອກ ແລະກັບມາຊຸ່ມຊື່ນ ແລະນຸ່ນນວນອີກຄັ້ງ.

ສາລະຫນ້າຮູ້ ສ​ະໝຸນ​ໄພ​ເບິ່ງ​ແຍງ​ຜິວ​ພັນ


ສ​ະໝຸນ​ໄພ​ເບິ່ງ​ແຍງ​ຜິວ​ພັນ​

- ນ້ຳ​ມັນ​ງາ​ ນຳ​ງາ​ດິບ​ປະ​ມານ​ 1 ຖ້ວຍ​ ຕຳໃຫ້​ລະອຽດ​ບີບ​ເອົາ​ນ້ຳ​ມັນ​ຈາກ​ງາ​ເກັບ​ໄວ້​ໃນ​ຂວດ​ທາ​ຜິວ​ຕອນ​ເຊົ້າ​ແລະ​ກ່ອນ​ນອນ​ ນ້ຳ​ມັນ​ງາ​ຈະ​ຊ່ວຍ​ໃຫ້​ຜິວ​ຊຸ່ມ​ຊື່ນ​ ຫຼຸດ​ອາ ການ​ແຫ້ງ​ແຕກ​ແລະ​ຄັນ.​
-
ຂີ້​ມິ້ນ ມີສັບພະຄຸນຊ່ວຍ​ຫຼຸດ​ອາການ​ຄັນ​ແລະ​ຊ່ວຍ​ຫຼຸດ​ອາການ​ຜົດ​ຜື່ນ​ຕາມ​ຜິວ​ໜັງ​ ພຽງ​ນຳ​ຂີ້​ມິ້ນ​​ສົດ​ມາ​ລ້າງ​ໃຫ້​ສະ​ອາດ​ ຕຳໃຫ້​ລະອຽດ​ບີບ​ນ້ຳ​ທີ່​ໄດ້​ນຳ​ມາ​ທາ​ຜິວ​ຫຼັງ​ອາບ​ນ້ຳ​ເຊົ້າ​-ແລງ​ ແຕ່​ອາດຈະ​ມີ​ສີ​ຂອງ​ຂີ້ມິ້ນ​ຕິດ​ຕາມ​ເສື້ອ​ຜ້າ​ທີ່​ໃສ່.​
-
ຜິວ​ໝາກ​ກູດ​ ນ້ຳ​ມັນ​ທີ່​ຜິວ​ຂອງ​ໝາກ​ນາວ​ແລະ​ໝາກ​ກູດ​ ຈະ​ຊ່ວຍ​ເຄືອບ​ຜິວ​ ໃຫ້​ຊຸ່ມ​ຊື່ນ,​ ຫຼຸດດ​ອາການ​ຄັນ,​ ຫຼຸດ​ການ​ອັກ​ເສບໂດຍ​ນຳ​ໝາກ​ນາວ​ທີ່​ໃຊ້​ແລ້ວ​ ສ່ວນ​ບໍລິເວນ​ຜິວ​ດ້ານ​ນອກ​ຂອງ​ໝາກ​ນາວ​ມາ​ທາ​ຜິວ​ບໍລິເວນ​ທີ່​ແຫ້ງ​ຄັນ ເຊົ້າ​-ເແລງ​ ກໍ່ຈະ​ຊ່ວຍ​ຫຼຸດ​ອາ ການ​ຄັນ​ໄດ້.​

ການ​ເບິ່ງ​ແຍງ​ສຸຂະພາບ​ດ້ວຍ​ການ​ອາບ​ສ​ະໝຸນ​ໄພ​

ການ​ອາບ​ນ້ຳ​ອຸ່ນ​ໃນ​ລະດູ​ໜາວ​ຈະ​ຊ່ວຍ​ໃຫ້​ການ​ໄຫຼ​ວຽນ​ຂອງເລືອດ​ດີ​ຂຶ້ນ​ ເພາະ​ໃນ​ລະດູ​ໜາວ​ ຄົນ​ສ່ວນ​ໃຫຍ່​ມັກ​ຈະ​ເປັນ​ຫວັດ​ແລະ​ຄັນ​ຕາມ​ຜິວ​ໜັງ​ ຊຶ່ງ​ຫາກ​ນຳ​ສະ​ໝຸນ​ໄພ​ທີ່​ມີສັບພະຄຸນ​ຊ່ວຍ​ຫຼຸດ​ອາການ​ຄັນ​ມາ​ຕົ້ມ​ອາບ​ແທນ​ນ້ຳ​ກໍ່​ຈະ​ຊ່ວຍ​ບັນ​ເທົາ​ອາການ​ຄັນ​ໄດ້​ດີ​ ສະ​ໝຸນ​ໄພທີ່​ຫາ​ໄດ້​ງ່າຍທີ່​ຄວນ​ນຳ​ມາ​ຕົ້ມ​ມີ​ດັ່ງ​ນີ້.​

- ຍອດ​ຜັກ​ບົ່ງ​ ຈຳນວນ​ 5 ຍອດ​ ໃຊ້​ຮັກສາ​ອາການ​ຄັນ​
- ໃບ​ໝາກ​ກູດ​ ຈຳນວນ​ 3-5 ໃບ​ ແກ້​ວິນວຽນ​ ຊ່ວຍ​ໃຫ້​ຫາຍ​ໃຈ​ສະບາຍ​
- ຕົ້ນຫົວສີໄຄ​ ຈຳນວນ​ 3 ຕົ້ນ​ ບຳ​ລຸງ​ທາດ​ໄຟ​
- ຫົວ​ໄພ​ ຈຳນວນ​ 2-3 ຫົວ​ ຫຼຸດ​ອາການ​ອັກ​ເສບ​ ປວດ​ ບວມ​
- ໃບ​ໜາດ​ ຈຳນວນ​ 3-5 ໃບ​ ຊ່ວຍ​ບຳ​ລຸງ​ ແກ້​ພະຍາດ​ຜິວ​ໜັງ​ ນ້ຳ​ເຫຼືອງ​
- ຫົວ​ຂີ້​ມິ້ນ​ ຈຳນວນ​ 2-3 ຫັວ​ ຊ່ວຍ​ສ​ະມານ​ແຜ ແກ້​ຄັນ​ຕາມ​ຜິວ​ໜັງ​
- ກາລະ​ບູນ​ ຈຳນວນ​ 15 ກຣາມ​ ຊ່ວຍ​ບຳ​ລຸງ​ຫົວ​ໃຈ​
- ຫົວ​ຫອມ​ແດງ​ ຈຳນວນ​ 3-5 ຫົວ​ ແກ້​ຫວັດ​​


         
ພຽງ​ນຳ​ສະ​ໝຸນໄພ ທັງ​ໝົດ​ມາ​ຕົ້ມ​ໃສ​ກັນ​ປະສົມ​ນ້ຳ​ເຍັນ​ໃຫ້​ພໍ​ອຸ່ນແລ້ວ​ນຳ​ມາ​ອາບ​ສັບພະຄຸນ​ຂອງ​ສ​ະໝຸນ​ໄພ​ກໍ່​ຈະ​ຊ່ວຍ​ກະຕຸ້ນ​ການ​ໄຫຼ​ວຽນ​ຂອງ​ເລືອດ​ ຫຼຸ​ດອາການ​ຄັນ​ຕາມ​ຜິວ​ໜັງ​ ຊ່ວຍ​ໃຫ້​ຫາຍ​ໃຈ​ໂລ່ງ​ ພຽງເທົ່າ​ນີ້​ສາວ​ໆ​ກໍ່​ຈະ​ຮູ້ສຶກ​ສະບາຍ​ຕົວ​ບໍ່​ຕ້ອງ​ກັງ​ວົນ​ກັບ​ລະດູ​ໜາວ​ແລ້ວ.

ສາລະໜ້າຮູ້10ປະການທີ່ອາດທຳລາຍສະໝອງ

ບາງຄັ້ງເລື່ອງນ້ອຍໆ ທີ່ເຮົາບໍ່ຄາດຄິດກໍ່ອາດຈະນຳມາເຊີ່ງສີ່ງທີ່ບໍ່ດີຕໍ່ສຸຂະພາບເຊັ່ນ:
1. ບໍ່ກີນເຂົ້າເຊົ້າ: ຫຼາຍຄົນຄີດວ່າການທີ່ບໍ່ກີນເຂົ້າເຊົ້ານັ້ນຈະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳແຕ່ນີ້ເປັນສາເຫດໃຫ້ ສານອາຫານໄປລ້ຽງສະໝອງບໍ່ພຽງພໍ ສາມາດເຮັດໃຫ້ສະໝອງເສື່ອມໄດ້.
2. ກີນອາຫານຫຼາຍເກີນໄປ:ຈະເຮັດໃຫ້ຫຼອດເລືອດແດງໃນສະໝອງແຂງໂຕເປັນສາເຫດໃຫ້ເກີດພະຍາດຄວາມຈຳເຊື່ອມ.
3. ການສູບຢາ: ເປັນສາເຫດຂອງພະຍາດສະໝອງຟໍ່ ແລະ ພະຍາດຄວາມຈຳເສື່ອມ.
4. ກີນຂອງຫວານຫຼາຍເກີນໄປ:ຈະໄປສະກັດກັ້ນການດູດຊືມໂປຣຕີນແລະສານອາຫານທີ່ເປັນປະໂຫຍດເປັນສາເຫດຂອງ ການຂາດສານອາຫານ ແລະ ສະກັດກັ້ນການພັດທະນາສະໝອງ.
5. ມົນລະພິດ:ສະໝອງເປັນພາກສ່ວນເຮັດວຽກໜັດທີ່ສຸດໃນຮ່າງກາຍການສູດດົມອາກາດທີ່ເປັນມົດລະພິດເຂົ້າໄປຈະ ເຮັດໃຫ້ອົກຊີໃນສະໝອງມີໜ້ອຍ ສົ່ງຜົນໃຫ້ປະສິດຕີພາບໃນການເຮັດວຽກຂອງສະໝອງຫຼຸດລົງ
6. ການອຶດນອນ:ເປັນເວລາດົນຈະເຮັດໃຫ້ຈຸລັງສະໝອງຕາຍໄດ້ ສ່ວນການນອນຫຼັບເຮັດໃຫ້ສະໝອງໄດ້ພັກຜ່ອນ.
7. ການນອນເອົາຜ້າຫົ່ມປົກຫົວ:ຈະເປັນການເພີ້ມຄາບອນໄດຣອ໋ອກໄຊໃຫ້ຫຼາຍຂື້ນແລະຫຼຸດອົກຊີໃຫ້ໜ້ອຍລົງສົ່ງຜົນ ໃຫ້ການເຮັດວຽກຂອງສະໝອງບໍ່ມີປະສິດຕິຜົນ.
8. ໃຊ້ສະໝອງເວລາທີ່ບໍ່ສະບາຍ: ການເຮັດວຽກ ຫຼື ຮຽນໃນເວລາທີ່ບໍ່ສະບາຍ ຈະເຮັດໃຫ້ປະສີດຕິພາບການເຮັດວຽກຂອງສະໝອງຫຼຸດລົງ ຄືກັນກັບການທຳລາຍສະໝອງໄປໃນໂຕ.
9. ຂາດການໃຊ້ຄວາມຄິດ:ການຄິດເປັນສີ່ງທີ່ດີທີ່ສຸດໃນການຝືກສະໝອງສ່ວນການຂາດການໃຊ້ຄວາມຄີດອາດເຮັດ ໃຫ້ສະໝອງຟໍ່ໄດ້.
10. ເປັນຄົນບໍ່ມັກເວົ້າ: ທັກສະໃນການເວົ້າຈະເປັນໂຕສະແດງເຖີງປະສິດຕິພາບຂອງສະໝອງ.

No comments:

Post a Comment