ເສດຖະກິດ

ໝົດປີ 2017 ລາວຈະຜະລິດໄຟຟ້າກວ່າ 29 ພັນລ້ານ ກິໂລວັດໂມງ
ໃນ​ບົດ​ລາຍ​ງານ​ ແຜນ​ພັດທະນາ​ເສດຖະກິດ-ສັງ​ຄົມ ປີ 2017 ຂອງລັ​ດຖະບານ​ລະບຸ​ວ່າ: ການ​ຜະລິດ​ກະ​ແສ​ໄຟຟ້າ​ໃນ 6 ​ເດືອນ​ຕົ້ນ​ປີ2017 ສາມາດ​ປະຕິບັດ​ໄດ້ 13.559 ລ້ານ​ກິ​ໂລ​ວັດ​ໂມງຄາດ​ຄະ​ເນໝົດປີ ຈະ​ຜະລິດ​ໄດ້ 29.052 ລ້ານ​ກິ​ໂລ​ວັດ​ໂມງ, ​ເທົ່າ​ກັບ 96,84% ຂອງ​ແຜນການ​ປີ.ທັງ​ນີ້​ຍ້ອນ​ວ່າ ​ໂຄງການ​ເຊ​ກະໝານ 3 ບໍ່​ໄດ້​ດຳ​ເນີນ​ການ​ຜະລິດ ຈຶ່ງ​ເຮັດ​ໃຫ້​ບໍ່ສາມາດ​ບັນລຸ​ຕາມ​ແຜນການ 30.000 ລ້ານ​ກິ​ໂລ​ວັດ​ໂມງ​ຢ່າງ​ໃດ​ກໍ​ຕາມທ້າຍ​ປີ 2017 ຈະ​ມີ 6 ​ໂຄງການລວມ  ກຳລັງ​ຕິດ​ຕັ້ງ ເກືອບ 400 ​ເມ​ກາ​ວັດ ​ເຊັນ: ​ໂຄງການ​ນ້ຳ​ແຈນ້ຳ​ກົງ, ​ເຊ​ກະໝານ-ຊານ​ໄຊນ້ຳ​ໃຜ່ນ້ຳ​ງາ ​ແລະ ​ເຊ​ກະ​ຕຳ-​ເຊ​ນ້ຳ​ນ້ອຍ ຊຶ່ງຈະ​ສຳ​ເລັດ​ການກໍ່ສ້າງ ​ແລະ ດຳ​ເນີນ​ການ​ຜະລິດ​ໄຟຟ້າ.

ສຳລັບ​ການ​ກະຈາຍ​ກະ​ແສ​ໄຟຟ້າ 6 ​ເດືອນ​ຕົ້ນ​ປີ​ນີ້ ປະຕິບັດ​ໄດ້ 13.332 ລ້ານ​ກິ​ໂລ​ວັດ​ໂມງມູນ​ຄ່າ 810 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ນັ້ນ,ຈຳໜ່າຍພາຍ​ໃນ​ປະ​ເທດ 2.454 ລ້ານ​ກິ​ໂລ​ວັດ​ໂມງມູນ​ຄ່າ 214 ລ້ານ​ໂດ​ລາ​ສະຫະລັດ ​ແລະ ສົ່ງ​ອອກ​ຕ່າງປະ​ເທດ 10.877 ລ້ານ​ກິ​ໂລ​ວັດ​ໂມງມູນ​ຄ່າ596 ລ້ານ​ໂດ​ລາ​ສະຫະລັດຄາດ​ຄະ​ເນໝົດປີ ​ຈະ​ສົ່ງ​ອອກ 23.336 ລ້ານ​ກິ​ໂລ​ວັດ​ໂມງ ​ແລະ ການ​ນຳ​ເຂົ້າ​ໄຟຟ້າ ຈະ​ມີ​ປະມານ 364 ລ້ານ​ກິ​ໂລ​ວັດ​ໂມງ.ຮອດ​ເດືອນ 6 ປີ 2017 ສາມາດ​ສະຫລຸ​ບ​​ຄວາມ​ຄືບໜ້າ​ໃນ​ການກໍ່ສ້າງ​ເຂື່ອນ​ໄຟຟ້າ​ແຫ່ງ​ຕ່າງໆ ​ເຊັ່ນ: ​ເຂື່ອນ​ນ້ຳຂອງ ​ແຂວງ​ໄຊ​ຍະ​ບູລີມີ​ກຳລັງ​ຕິດ​ຕັ້ງ1.285 ​ເມ​ກາ​ວັດ ສຳ​ເລັດ​ແລ້ວ 85%; ​ເຂື່ອນ​ເຊ​ກະໝານ I ​ແລະ ຊານ​ໄຊກຳລັງ​ຕິດ​ຕັ້ງ 32 ​ເມ​ກາ​ວັດ ສຳ​ເລັດ 95%; ​ເຂື່ອນ​ນ້ຳ​ງຽບ I ກຳລັງ​ຕິດ​ຕັ້ງ 272 ​ເມ​ກາ​ວັດສຳ​ເລັດ 68,410%; ​ເຂື່ອນ​ນ້ຳ​ຈຽນກຳລັງ​ຕິດ​ຕັ້ງ 104 ​ເມ​ກາ​ວັດສຳ​ເລັດ 95%; ​ເຂື່ອນ​ນ້ຳ​ງື່ມ 3 ກຳລັງ​ຕິດ​ຕັ້ງ 460 ​ເມ​ກາ​ວັດສຳ​ເລັດ38,93%; ​ເຂື່ອນ​ເຊ​ປ່ຽນ-​ເຊ​ນ້ຳ​ນ້ອຍກຳລັງ​ຕິດ​ຕັ້ງ 410 ​ເມ​ກາ​ວັດສຳ​ເລັດ 76,51%; ​ເຂື່ອນ​ນ້ຳ​ລີກ I, ກຳລັງ​ຕິດ​ຕັ້ງ 64 ​ເມ​ກາ​ວັດ ສຳ​ເລັດ 56%; ນ້ຳ​ທາI, ກຳລັງ​ຕິດ​ຕັ້ງ 168 ​ເມ​ກາ​ວັດສຳ​ເລັດ 85,23% ​ແລະ ​ເຂື່ອນ​ດອນ​ສະ​ໂຮງກຳລັງ​ຕິດ​ຕັ້ງ 260 ​ເມ​ກາ​ວັດສຳ​ເລັດ 20%.

ມາ​ຮອດ​ປັດຈຸບັນ​ໂຄງການ​ໄຟຟ້າ​ທີ່​ກໍ່ສ້າງ​ສຳ​ເລັດ ​ແລະ ດຳ​ເນີນ​ການ​ຜະລິດ​ກະ​ແສ​ໄຟຟ້າ ທີ່​ມີ​ກຳລັງ​ຕິດ​ຕັ້ງ I ​ເມ​ກາ​ວັດ​ຂຶ້ນ​ໄປ ມີ​ທັງໝົດ 46 ​ແຫ່ງລວມກຳລັງ​ຕິດ​ຕັ້ງ 6.757 ​ເມ​ກາ​ວັດສາມາດ​ຜະລິດ​ພະລັງງານ​​ໄຟຟ້າໄດ້ 35.608 ລ້ານ​ກິ​ໂລ​ວັດ​ໂມງ/ປີ. ​ໃນ​ນີ້ມີ​ເຂື່ອນ​ທີ່​ໃຊ້​ພະລັງ​ນ້ຳ 43 ​ແຫ່ງ,ພະລັງ​ຄວາມ​ຮ້ອນ​ຈາກ​ຖ່ານ​ຫີນ 1 ​ແຫ່ງ ​ແລະ ພະລັງ​ຈາກ​ກາກ​ອ້ອຍ 2 ​ແຫ່ງ. ພ້ອມ​ນີ້ຍັງ​ມີ​ເຂື່ອນ​ທີ່​ມີ​ກຳ ລັງ​ຕິດ​ຕັ້ງ​ຕ່ຳ​ກວ່າ I ​ເມ​ກາ​ວັດ ​ອີກ​ຈຳນວນໜຶ່ງ ​ເປັນ​ຕົ້ນ​ເຂື່ອນ​ປາກ​ມອງຫ້ວຍ​ແສ້ນ້ຳສາດນ້ຳ​ສານນ້ຳ​ແອດນ້ຳ​ໂສ້ ​ແລະ ​ເຂື່ອນອື່ນໆ.


ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ
ໂຄງການກວດກາຕູ້ຄອນເທນເນີ ເພີ່ມຄວາມເຂັ້ມງວດ ໃນການກວດກາສິນຄ້ານຳເຂົ້າ

ກົມພາສີ ກະຊວງການເງິນ ໄດ້ເພີ່ມມາດຕະການເຝົ້າລະວັງ ການລັກລອບນໍາເຂົ້າສິນຄ້າ ທີ່ຜິດລະບຽບກົດໝາຍ ທີ່ຈະເປັນໄພອັນຕະລາຍຕໍ່ປະເທດຊາດ, ໃນວັນທີ 14 ທັນວາ 2017 ທີ່ລານພັກສິນ ຄ້າ- ທ່ານາແລ້ງ (CY), ຈຶ່ງໄດ້ເປີດນໍາ ໃຊ້ໂຄງການ ກວດກາຕູ້ຄອນເທນເນີ (ccu), ຊຶ່ງນໍາໃຊ້ເຄື່ອງກວດທີ່ທັນສະໄໝ, ກວດສອບໄດ້ງ່າຍ ແລະ ບໍ່ກີດກັ້ນການຂົນສົ່ງສິນຄ້າ ພາກທຸລະກິດເຂົ້າ-ອອກ ຢູ່ດ່ານພາສີສາກົນຂົວມິດຕະ ພາບລາວ-ໄທ ແຫ່ງທີ 1.
ໂດຍການເປັນກຽດເຂົ້າຮ່ວມເປີດນໍາໃຊ້ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ,  ມີຜູ້ຕາງໜ້າຫ້ອງການຄະ ນະກໍາມະການ ແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ປກສ, UNODC, ບັນດາເອກອັກຄະລັດຖະທູດ ທີ່ໃຫ້ການສະໜັບສະໜູນ, ພ້ອມດ້ວຍເຈົ້າໜ້າທີ່ພາສີທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກວດກາຕູ້ຄອນເທນເນີ ເປັນແຫ່ງທໍາອິດໃນ ສປປ ລາວ ທີ່ເປີດນຳໃຊ້ຢູ່ທີ່ດ່ານພາສີສາກົນຂົວ ມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນ ຫລວງວຽງຈັນ-ໜອງຄາຍ, ໂດຍໄດ້ ຮັບການຊ່ວຍເຫລືອ ຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກໍາ (UNODC) ແລະ ບັນດາປະເທດຜູ້ໃຫ້ການສະໜັບສະໜູນ ເຊັ່ນ ປະເທດການາດາ, ອົດສະຕາລີ ແລະ ສະຫະລັດອາເມລິກາ.
ອີງຕາມອົງການພາສີໂລກ ໄດ້ຮັບຮອງເອົາແຜນປະຕິບັດງານ ການກວດກາຕູ້ຄອນເທນເນີ, ເພື່ອກວດກາສິນຄ້າຜິດກົດໝາຍ, ເຊິ່ງລວມມີຢາເສບຕິດ, ສິນຄ້າທີ່ສາມາດໃຊ້ໄດ້ສອງລັກຊະນະ (ເພື່ອຮັບໃຊ້ທົ່ວໄປ ຫລື ເພື່ອນໍາໄປຜະລິດອາ ວຸດນິວເຄຣຍ), ເຄື່ອງປ່າຂອງດົງ, ສັດປ່າຕ້ອງຫ້າມ ແລະ ສິນຄ້າທີ່ລະ ເມີດຊັບສິນທາງປັນຍາ, ຊຶ່ງອົງການພາສີໂລກ ໄດ້ກໍານົດບັນດາປະເທດສະມາຊິກ ທີ່ມີຄວາມສ່ຽງ ໃນການເຄື່ອນຍ້າຍສິນຄ້າເຫລົ່ານີ້, ໂດຍສະເໜີໃຫ້ເຂົ້າຮ່ວມ ໂຄງການດັ່ງກ່າວ ລວມມີ ສປປ ລາວ ແລະ ທົ່ວໂລກມີ 36 ປະເທດ ທີ່ໄດ້ດໍາເນີນໂຄງການນີ້ແລ້ວ ໂດຍສະເພາະແມ່ນບັນດາປະເທດເພື່ອນບ້ານ ມີ ໄທ, ມາເລເຊຍ, ຫວຽດນາມ ແລະ ອີກ 18 ປະເທດ ແມ່ນກໍາລັງດໍາເນີນຂັ້ນຕອນ ແລະ ໄດ້ຮັບທຶນຊ່ວຍເຫລືອ.
ທ່ານ ບຸນປະເສີດ ສີກຸນລະບຸດ ກ່າວຕື່ມວ່າ: ສຳລັບ ສປປ ລາວ ຍັງຕ້ອງມີພັນທະກັບສາກົນ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງພາສີ ເພື່ອຊ່ວຍໃນການຕ້ານ ແລະ ສະກັດກັ້ນ ການລັກລອບນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນຜິດກົດໝາຍ ເຊັ່ນ: ພັນທະຂອງ ສປປ ລາວ ຕໍ່ຍັດຕິສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນການສົ່ງເສີມລະບອບ ບໍ່ແຜ່ຜາຍອາວຸດທໍາລາຍລ້າງຜານ ສະບັບເລກທີ 1540/ສປຊ, ພັນທະຂອງ ສປປ ລາວ ຕໍ່ພາຄີສົນທິສັນຍາການບໍ່ແຜ່ຜາຍອາວຸດນິວເຄຣຍ ປີ 1970 ແລະ ສົນທິສັນຍາວ່າດ້ວຍອາວຸດຊີວະພາບ1973, ສົນທິສັນຍາວ່າດ້ວຍອາວຸດເຄມີ 1997, ຂໍ້ຕົກ ລົງເຂດປອດ ອາວຸດນິວເຄຣຍອາຊີໃຕ້.
ສຳລັບໂຄງການກວດກາຕູ້ຄອນເທນເນີ (Container Control unit) ຫລື (ccu)  ທີ່ເປີດນໍາໃຊ້ຢູ່ດ່ານພາສີສາກົນຂົວ ມິດຕະພາບລາວ-ໄທ ແຫ່ງທີ 1 ແມ່ນຈະໄດ້ນໍາໃຊ້ເຕັກນິກ ການຈັດຂໍ້ມູນ profiling, ການກໍານົດເປົ້າໝາຍກົດສອບ profiling ແລະ ການກວດກາຕູ້ຄອນເທນເນີ ທີ່ນໍາໃຊ້ເພື່ອຂົນສົ່ງ ສິນຄ້າຜິດກົດໝາຍ, ສໍາລັບ ສປປ ລາວ ຈະໄດ້ນໍາໃຊ້ລະບົບບໍລິຫານຄວາມສ່ຽງ ແລະ ການຈັດຂໍ້ມູນຄວາມສ່ຽງຈາກລະບົບ ASYCUDA ແລະ ແຫລ່ງຂ່າວທີ່ເປັນ ເວັບເບດສ ຂອງອົງການພາສີໂລກ ເພື່ອເຝົ້າລະວັງ ແລະ ວິເຄາະຂໍ້ມູນໃຫ້ລະອຽດ ເພື່ອກໍານົດຕົວຊີ້ວັດຄວາມສ່ຽງ ຫລື ເວົ້າອີກຢ່າງໜຶ່ງ ກໍ່ເພື່ອຊອກຫາສິ່ງຜິດກົດໝາຍ ທີ່ຊຸກເຊື່ອງມານໍາຕູ້ຂົນສິນຄ້າ ແລ້ວຈຶ່ງດໍາເນີນການກວດກາ ຕູ້ສົ່ງສິນຄ້າທີ່ມີຄວາມສ່ຽງເທົ່ານັ້ນ ແລະ ຈະບໍ່ມີການສ້າງຄວາມກີດກັ້ນການຂົນສົ່ງສິນຄ້າທຸລະກິດ.


ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ
ລາວ-ສ ເກົາຫຼີ ຮ່ວມມືແລກປ່ຽນບົດຮຽນດ້ານທະນາຄານ

ຄະນະ​ຜູ້​ແທນ​ທະນາຄານ​ກາງ ສ ເກົາຫຼີ ນຳ​ໂດຍ​ທ່ານ ຈູ​ໂຢ​ລີ ຜູ້​ວ່າການ​ທະນາຄານ​ກາງ ສ ເກົາຫຼີ ໄດ້​ເດີນທາງ​ຢ້ຽມຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ທະ​ນາຄານ​ແຫ່ງ ​ສປປ ລາວ (​ທຫລ) ທີ່ແຂວງ​ຫຼວງ​ພະ​ບາງ ໃນ​ວັນ​ທີ 3-6 ທັນວາ 2017 ໂດຍ​ໃຫ້​ກຽດຕ້ອນຮັບ​ຂອງ​ທ່ານ ສົມ​ພາວ ໄຟສິດ ຜູ້​ວ່າການ​ທະນາຄານ ແຫ່ງ ​ສປປ ລາວ ພ້ອມ​ຄະນະ.
ໃນ​ໂອກາດ​ນີ້ ສອງ​ຝ່າຍ​ໄດ້​ຈັດພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ວ່າ​ດ້ວຍ​ການ​ຮ່ວມ​ມືລະຫວ່າງ ​ທຫລ ແລະ ທະນາຄານ​ກາງ ສ ເກົາຫຼີ ເພື່ອ​ເສີມ​ຂະຫຍາຍ​ການພົວພັນ​ຮ່ວມ​ມື​ໃນ​ຂະແໜງການທະນາຄານ ​ໃຫ້​ກວ້າງຂວາງ​ຍິ່ງຂຶ້ນ​ກວ່າ​ເກົ່າ ນອກ​ນັ້ນ ຍັງ​ເປັນການ​ສ້າງ​ໂອກາດ​ໃຫ້​ພະນັກງານຂອງ​ສອງ​ທະນາຄານ​ກາງ ​ໄດ້​ພົບປະ​ແລກປ່ຽນ​ບົດຮຽນ ແລະ ຂໍ້ມູນ​ຂ່າວສານ ວັດທະນະທຳ ການ​ສຶກ​ສາ​ຄົ້ນຄວ້າ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ຍິ່ງ​ຂຶ້ນ ພ້ອມ​ນີ້ ສອງ​ຝ່າຍ​ຍັງ​ໄດ້ຮ່ວມ​ມື​ກັນ​ຈັດ​ສຳມະ​ນາ ​ພາຍ​ໃຕ້​ໂຄງການ​ແລກປ່ຽນ​ທາງ​ດ້ານ​ວິຊາ​ການ​ຮ່ວມ​ກັນ ໃນ​ຫົວຂໍ້: ການ​ສ້າງ​ແຜນ​ຫັນເປັນ​ທັນ​ສະໄໝ​ຂອງ​ລະບົບ​ຊຳລະສະ​ສາງ ​ສປປ ລາວ ເພື່ອ​ສົ່ງເສີມການ​ຫຼຸດຜ່ອນ​ການ​ນຳ​ໃຊ້​ເງິນສົດໂດຍ​ມີ​ຈຸດປະສົງ​ເພື່ອ​ແລກປ່ຽນ​ບົດຮຽນ ແລະ ປະສົບ​ການທາງ​ດ້ານ​ວິຊາ​ການ​ໃນ​ຂະແໜງການ​ທະນາຄານ​ຮ່ວມ​ກັນ ລະຫວ່າງ​ສອງ​ຝ່າຍ ແລະ ຈັດ​ສຳມະ​ນາ​ກ່ຽວ​ກັບ​ວຽກ​ງານ​ຂອງ​ທະນາ​ຄານ​ກາງຂອງ ສ ເກົາຫຼີ ໃຫ້ແກ່​ຄະນະ​ນຳ ຄູ-ອາຈານ ແລະ ນັກ​ສຶກ​ສາ​ມະຫາວິທະຍາໄລ​ສຸພານຸ​ວົງ ຕື່ມ​ອີກ.
ໃນ​ໂອກາດ​ນີ້ ຄະນະ​ຜູ້​ແທນ​ທະນາ​ຄານ​ກາງ ສ ເກົາຫຼີ ຍັງ​ເຄື່ອນໄຫວ​ຢ້ຽມຢາມ​ສາຂາ ​ທຫລ ພາກ​ເໜືອ ​ທີ່​ແຂວງ​ຫຼວງ​ພະ​ບາງ ຖືກ​ຕ້ອນຮັບ​ໂດຍ​ທ່ານ ອາ​ລຸນ ບຸນ​ຍົງ ຫົວໜ້າ​ສາຂາ ​ທຫລ ພາກ​ເໜືອ ຈາກ​ນັ້ນ ຄະນະ​ຜູ້ແທນ​ຍັງ​ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມພື້ນຖານ​ການ​ຜະລິດ ແຫຼ່ງ​ທ່ອງທ່ຽວ​ປະຫວັດສາດ ທຳ​ມະ​ຊາດ ແລະ ວັດທະນະທຳ​ຈຳນວນ​ໜຶ່ງຢູ່​ເມືອງ​ຫຼວງ​ພະ​ບາງ.


ຂໍ້ມນູຈາກ: ວຽງຈັນໃຫມ່

No comments:

Post a Comment