ທ່ານ
ໄຊສົມພອນ ພົມວິຫານ ໂອ້ລົມພະນັກງານ ຫຼັກແຫຼ່ງເມືອງພູກູດ
ທ່ານ
ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງ ແນວລາວສ້າງຊາດ
ພ້ອມດ້ວຍຄະນະໄດ້ຢ້ຽມຢາມແຂວງຊຽງຂວາງ ເມື່ອວັນທີ 13 ທັນວາຜ່ານມາ ນີ້ ນຳພາຄະນະອອກຕ້ອນຮັບໂດຍທ່ານ
ນາງ ອຸເທນ ມາສີຊົນໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກ ງານການເມືອງແນວຄິດ
ຢູ່ທີ່ເດີ່ນບິນທົ່ງໄຫຫີນ ຈາກນັ້ນ ກໍໄດ້ໄປຢ້ຽມຢາມໂອ້ລົມພະນັກງານຫຼັກ ແຫຼ່ງ ແລະ
ພະນັກງານບຳນານຜູ້ຊົງຄຸນວຸດທິເມືອງພູກູດ ຊຶ່ງທ່ານປະທານສູນ ກາງແນວລາວສ້າງ ຊາດ
ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ເມືອງພູກູດ ຊຶ່ງເປັນເມືອງວິລະຊົນ
ໄດ້ພັດທະນາເສດຖະກິດ-ສັງ ຄົມດີຂຶ້ນ
ພ້ອມນີ້ທ່ານ
ກໍໄດ້ ເນັ້ນໜັກໃຫ້ເອົາໃຈໃສ່ວຽກ ງານການເມືອງແນວຄິດຂອງ ຖັນແຖວພະນັກງານ ສະມາຊິກ ພັກ, ສືບຕໍ່ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ
ແຫ່ງຊາດ 5 ປີ
ກໍຄື ການປະຕິ ບັດແຜນປີ 2017 ຂອງແຂວງ
ຕິດພັນກັບທ່າແຮງບົ່ມຊ້ອມ ຂອງແຂວງ, ສຳຄັນເອົາໃຈໃສ່ ວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບໃນການແກ້ ໄຂບັນຫາຫຍໍ້ທໍ້ຂອງສັງຄົມ, ເພີ່ມທະວີບົດບາດ ແລະ ເຊີດ
ຊູຄວາມອາດສາມາດຂອງການ ຈັດຕັ້ງແນວໂຮມໃນການເຕົ້າ ໂຮມຄວາມສາມັກຄີ ແລະ ເສີມ
ຂະຫຍາຍສິດເປັນເຈົ້າຂອງປະ ຊາຊົນບັນດາເຜົ່າ ແລະ ບັນດາ ຊັ້ນຄົນໃນເງື່ອນໄຂໃໝ່ແຫ່ງ
ການເຊື່ອມໂຍງສາກົນ ແລະ ພາກພື້ນ, ເພີ່ມທະວີຄວາມ ເຊື່ອໝັ້ນຂອງມະຫາຊົນຕໍ່
ການນຳພາຂອງພັກ ແລະ ອົງ ການປົກຄອງທ້ອງຖິ່ນໃນທຸກ ຂະບວນວຽກງານ, ແນວລາວ ສ້າງຊາດ ຂັ້ນທ້ອງຖິ່ນສົມທົບ ກັບຄະນະພັກເອົາໃຈໃສ່ຊຸກຍູ້
ສົ່ງເສີມ ແລະ ສ້າງເງື່ອນໄຂ ຄວາມສະດວກໃຫ້ວຽກງານ ການພົວພັນຮ່ວມມືກັບປະເທດ
ເພື່ອນມິດທີ່ມີຊາຍແດນຕິດ ຈອດກັນ, ຄະນະພັກແນວລາວ ສ້າງຊາດແຂວງ ອົງການຈັດຕັ້ງ
ມະຫາຊົນພະນັກງານຫຼັກແຫຼ່ງ ຜູ້ຊົງຄຸນວຸດທິພະນັກງານປະຕິ ວັດອາວຸໂສບຳນານ ທະຫານ ຕຳຫຼວດ
ຈົ່ງເຊີດຊູຄວາມຮັບ ຜິດຊອບໃນໜ້າທີ່ການເມືອງ ຂອງຕົນ ຕັດສິນໃຈຜ່ານຜ່າ
ຄວາມທຸກຍາກເຕົ້າໂຮມຄວາມ ສາມັກຄີເປັນປຶກ ແຜ່ນ ແລະ ຕັ້ງໜ້າປຸກລະດົມກຳລັງແຮງ
ທົ່ວປວງຊົນລາວບັນດາເຜົ່າ ປະກອບສ່ວນຢ່າງຕັ້ງໜ້າຈັດ ຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຜົນສຳເລັດຕາມຄາດ ໝາຍ ໃຫ້ມີການປ່ຽນແປງໃໝ່
ທີ່ຕັ້ງໜ້າ ແລະ ນັບມື້ດີຂຶ້ນເທື່ອ ລະກ້າວ ໂອກາດນີ້ທ່ານກໍໄດ້
ມອບຜ້າຫົ່ມໂຕໂຕໃຫ້ພະນັກ ງານບຳນານເມືອງພູກູດຈຳ ນວນ 100 ຜືນ ເພື່ອຮັບມືກັບ ໄພໜາວໃນປັດຈຸບັນນີ້.
ຂໍ້ມູນຈາກ:
ຫນັງສືພິມປະຊາຊົນ
ແຂວງວຽງຈັນ
ຈັດພິທີຍ່າງເພື່ອສຸຂະພາບ ໜຶ່ງໃນກິດຈະກຳເປີດປີທ່ອງທ່ຽວ
ໃນວັນທີ
18
ທັນວາ 2017
ນີ້, ບັນດາການນຳ, ພະນັກງານຂອງແຂວງ, ເມືອງ, ພໍ່ຄ້າຊາວຂາຍ, ຕະຫລອດຮອດພໍ່ແມ່ປະຊາຊົນ ເມືອງໂພນໂຮງ
ແຂວງວຽງຈັນ ໄດ້ເຂົ້າຮ່ວມພິທີຍ່າງເພື່ອສຸຂະພາບ
ໂດຍເລີ່ມແຕ່ ໂຮງຮຽນ ມສ ຫລັກ 52 ຫາ ຈຸດເປີດງານບຸນກິນຈຽງ
ໄລຍະທາງເກືອບ 2
ກິໂລແມັດ, ທັງນີ້ກໍເພື່ອເປັນການຊົມເຊີຍ
ວັນຊາດທີ 2
ທັນວາ ຄົບຮອບ 42
ປີ ແລະ ເປັນກິດຈະກຳໜຶ່ງ ໃນພິທີເປີດປີທ່ອງທ່ຽວ 2018 ຂອງແຂວງວຽງຈັນ.
ທ່ານນາງ
ອິ່ນຄຳ ພັນລາດາ ເຈົ້າເມືອງໆໂພນໂຮງ ໄດ້ໃຫ້ຮູ້ວ່າ:
ສຳລັບການເປີດປີທ່ອງທ່ຽວ ຂອງແຂວງວຽງຈັນ ແມ່ນຈະຈັດຂຶ້ນ
ໃນເທສະການບຸນກິນຈຽງເຜົ່າມົ້ງ ຫລັກ 52 ໃນວັນທີ 20 ທັນວາ 2017 ນີ້, ໂດຍມີຫລາຍກິດຈະກຳ ເປັນຕົ້ນ ການສະແດງວັດທະນະທຳຂອງເຜົ່າ; ຟ້ອນລາຍງ້າວ, ຟ້ອນລຳວົງລາວມາດຕະຖານ, ການເຕັ້ນບາສະລົບມ່ວນຊື່ນ; ກິດຈະກຳຍິງໜ້າເກັກ, ຕີໝາກຂ່າງ, ງົວຊົນງົວ, ໂຍນໝາກຄອນ, ການແຂ່ງຂັນກິລາປະເພດຕ່າງໆ, ການສະແດງສິລະປະບັນດາເຜົ່າ, ເຕັ້ນເປົ່າແຄນ, ກິດຈະກຳວາງສະແດງສິນຄ້າໂອດ໋ອບ ແລະ
ສິນຄ້າທົ່ວໄປ.
ຂໍ້ມູນຈາກ:
ສຳນັກຂ່າວສານປະເທດລາວ
ສ
ເກົາຫລີ ສະໜອງທຶນ 1 ລ້ານໂດລາ
ສ້າງພື້ນຖານ ໂຄງລ່າງບ້ານຕົວແບບ
ສ ເກົາຫລີ ສະໜອງທຶນ 1 ລ້ານໂດລາສະຫະລັດ ຊ່ວຍເຫລືອລັດຖະບານລາວ ເພື່ອສ້າງພື້ນຖານໂຄງລ່າງບ້ານຕົວແບບເຊມາອຸນ ຢູ່ 3ບ້ານຂອງເມືອງປາກງື່ມ ນະຄອນຫລວງວຽງຈັນ, ເຊິ່ງພິທີເຊັນບົດບັນທຶກ ກ່ຽວກັບການປະຕິບັດໂຄງການສ້າງພື້ນຖານໂຄງລ່າງ ບ້ານຕົວແບບດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 13 ທັນວາ 2017 ນີ້, ຢູ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ຫລ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ກັບທ່ານ ຈັນ ວູນ ຈ້ອງ ຜູ້ ຕາງໜ້າມູນນິທິເຊມາອຸນ ປະຈຳ ລາວ, ໂດຍມີ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະ ຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໂຄງການສ້າງພື້ນຖານໂຄງລ່າງບ້ານຕົວແບບດັ່ງກ່າວ, ແມ່ນສຸມໃສ່ພັດທະນາ 3 ບ້ານຂອງເມືອງປາກງື່ມ ຄື
ບ້ານເດື່ອສິງຫອມ, ບ້ານດອນວັງໂພ
ແລະ ບ້ານໜາກຮຽວ ໂດຍຈະສ້າງຕັ້ງສູນລວມບ້ານ 1
ສູນ ຕໍ່ໜຶ່ງບ້ານ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ສຳລັບການປະຊຸມ, ການຝຶກອົບຮົມ, ການດຳເນີນກິດຈະກຳຕ່າງໆພາຍໃນບ້ານ, ກໍ່ສ້າງໂຮງອົບເຂົ້າເປືອກ ເພື່ອປັບປຸງຄຸນນະພາບຂອງເຂົ້າເປືອກ
ເຊິ່ງຈະໄດ້ມີການຕິດຕັ້ງເຄື່ອງອົບເຂົ້າເປືອກ ຢູ່ບ້ານທ່າເດື່ອສິງຫອມ
ມີຄະນະກຳມະການໂດຍແມ່ນປະຊາຊົນຈາກ 3
ບ້ານ ແລະ ມູນນິທິເຊມາອຸນ, ໃນການບໍລິຫານ
ແມ່ນຄະນະກຳມະການເປັນຜູ້ຄຸ້ມຄອງ, ພ້ອມທັງສ້າງສາງເຂົ້າເປືອກໜຶ້ງ
(ເຂົ້າຮາງ), ສ້າງສາງເກັບຄວາມເຢັນເພື່ອເກັບຮັກສາສີນຄ້າ
ເຊິ່ງຈະຊ່ວຍໃຫ້ປະຊາຊົນສາມາດເກັບຜະລິດຕະພັນກະສິກຳໄວ້ໄດ້ດົນ ແລະ
ສ້າງສາງເກັບມ້ຽນຝຸ່ນຊີວະພາບ, ສ້າງທາງເຂົ້າຫາທົ່ງນາ
ເພື່ອໃຫ້ພາຫະນະເຂົ້າໄປໄດ້ງ່າຍຂຶ້ນ ແລະ ອື່ນໆ.
ກອງທຶນເພື່ອພັດທະນາເຊມາອຸນເປັນມູນນິທິທີ່ບໍ່ຫວັງຜົນກຳໄລ
ມີຈຸດປະສົງເພື່ອປະກອບສ່ວນສົ່ງເສີມການພັດທະນາທ້ອງຖິ່ນ ແລະ
ລຶບລ້າງຄວາມທຸກຢາກ ໃນບັນດາປະເທດກຳລັງພັດທະນາ.
ຂໍ້ມູນຈາກ:
ສຳນັກຂ່າວສານປະເທດລາວ
ຍົກລະດັບຄວາມຮູ້
ການຈັດຕັ້ງປະຕິບັດເປົ້າໝາຍ ພັດທະນາແບບຍືນຍົງຢູ່ ສປປ ລາວ
ໃນວັນທີ
14
ທັນວາ 2017
ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໂດຍຮ່ວມກັບອົງການ
ສະຫະປະຊາຊາດ (ສປຊ) ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ການສ້າງຂີດຄວາມສາມາດ
ໃຫ້ບັນດາຜູ້ທີ່ມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ
ລາວ” ແລະ
ກະກຽມເຮັດບົດລາຍງານແຫ່ງຊາດ ແບບສະໝັກໃຈ ເພື່ອສະເໜີຕໍ່ກອງປະ ຊຸມເວທີການເມືອງລະດັບສູງ
ປີ 2018.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ
ອານຸພາບ ວົງໜໍ່ແກ້ວ ຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດ
ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງ
ປະເທດ ແລະ ທ່ານ ນາງ ກາຣີນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ
ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ.
ຈຸດປະສົງແມ່ນເພື່ອກະກຽມ ໃຫ້ແກ່ການ ເຮັດບົດລາຍງານແຫ່ງຊາດ ແບບສະໝັກໃຈ
ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງຢູ່ ສປປ ລາວ ແລະ
ກະກຽມທີ່ຈະໄປສະເໜີ ຕໍ່ກອງປະຊຸມເວທີການເມືອງລະດັບສູງ ກ່ຽວກັບການຈັດຕັ້ງປະຕິບັດ
ເປົ້າໝາຍການພັດທະນາແບບຍືນຍົງ ປີ 2018 ຢູ່ອົງການ ສປຊ ທີ່ນີວຢອກ.
ໃນໂອກາດນີ້, ຕົວແທນຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດ ແລະ ອົງການ ສປຊ
ໄດ້ຂຶ້ນສະເໜີບົດຕ່າງໆ ກ່ຽວກັບຄວາມເປັນມາ ແລະ ເນື້ອໃນສຳຄັນຂອງວາລະ ປີ 2030 ເພື່ອການພັດທະນາ ແບບຍືນຍົງໂດຍສັງເຂບ, ຄວາມສຳຄັນຂອງກອງປະຊຸມເວທີການເມືອງລະດັບສູງ
ປີ 2018
ແລະ ການສະເໜີບົດລາຍງານແຫ່ງຊາດ ແບບສະໝັກໃຈ ພ້ອມທັງບັນດາຂັ້ນຕອນກຽມຄວາມພ້ອມ ຂອງ ສປປ
ລາວ ໃນການກະກຽມສະເໜີ ບົດລາຍງານດັ່ງກ່າວ, ຊຶ່ງ ສປ ປ ລາວ ກໍເປັນໜຶ່ງໃນ 48 ປະເທດໃນທົ່ວໂລກ ໄດ້ຖືກຄັດເລືອກລາຍງານໃນປີ 2018 ນີ້. ກອງປະຊຸມຄັ້ງນີ້, ເປັນເວທີປຶກສາຫາລື
ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດ ທະນາແບບຍືນຍົງ ແລະ ການເຊື່ອມ ສານເຂົ້າ
ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະແມ່ນແຜນ
ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5
ປີ ຄັ້ງທີ 8, 9
ແລະ 10
ແລະ ສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມ ກັບວົງຄະນະຍາດສາກົນ ເພື່ອບັນລຸເປົ້າໝາຍການພັດ
ທະນາປະເທດ ກໍຄື ວາລະປີ 2030
ເພື່ອການພັດທະນາແບບຍືນຍົງ. ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງ ທຶນ, ອົງການ ສປຊ, ພະແນກການຕ່າງປະເທດ ແລະ ແຜນການ ທົ່ວປະເທດ, ອົງກອນທາງສັງຄົມທັງພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍນັກຄົ້ນຄວ້າຫລາຍກວ່າ 80 ທ່ານ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ຂໍ້ມູນຈກາ:
ສຳນັກຂ່າວສານປະເທດລາວ




No comments:
Post a Comment