ຄວາມຮູ້ເລື່ອງIT

ເຮືອບິນນ້ອຍ ຊົງຮູບໄຂ່ ຈະຫຼັ່ງໄຫຼ ອອກສູ່ ທ້ອງຕະຫຼາດ ໃນອະນາຄົດ



Drone ຫຼື ເຄື່ອງບິນບໍ່ມີຄົນຂັບໃໝ່ ຮູບໄຂ່ ຊຶ່ງບໍ່ມີສິ່ງໃດເໝືອນຢູ່ໃນທ້ອງຕະຫຼາດ. ດ້ວຍການກົດທາງລຸ່ມຂອງເຄື່ອງຍົນທີ່ຕິດໃບພັດສີ່ໃບ ທີ່ເປີດແຜ່ອອກໃນຂ້າງທາງຖະໜົນ. ນອກນັ້ນມັນຍັງຈະສົ່ງພາບວີດີໂອ ຄຸນະພາບສູງ ທີ່ຮູ້ກັນວ່າ HD ທີ່ຈະຊ່ອຍໃຫ້ພວກຊົມໃຊ້ສາມາດສົ່ງຮູບພາບແລະຂໍ້ມູນຕ່າງໆໄປຫາບັນຊີທາງສື່ ສັງຄົມຂອງພວກເຂົາເຈົ້າ ໃນຂະນະທີ່ເຄື່ອງຍົນພວກນີ້ ບິນເວີ່ນຢູ່ເທິງອາກາດແລ້ວ.
Drone PowerEgg 
ຫຼື ເຄື່ອງຍົນຮູບໄຂ່ ນີ້ອອກແບບໂດຍ ບໍລິສັດ PowerVision ຊຶ່ງເປັນບໍລິສັດເທັກໂນໂລຈີຍັກໃຫຍ່ລະດັບໂລກ.
ທ່ານ Huber Hu (CEO PowerVision Europe) ປະທານບໍລິສັດ PowerVision ພາກພື້ນຢູໂຣບ ກ່າວວ່າ ກ້ອງຂອງ PowerEgg ສາມາດຖ່າຍພາບໄດ້ 4 k ວີດີໂອ ແລະ ພາບນິ້ງ 12- meg pixel. ມັນຍັງສາມາດບັນຈຸນ້ຳທ່ຽງ ທີ່ເອີ້ນວ່າ gimbal ຊຶ່ງຈະບໍ່ໃຫ້ຮູບ ພາບສັ່ນສະເທືອນ. ຍ້ອນການອອກແບບທີ່ແປກ ແລະບໍ່ເໜືອນໃຜ ຂາຂອງມັນຈຶ່ງສາມາດພັບໄດ້ ເພາະສະນັ້ນຈະບໍ່ມີຂາສ່ວນໃດປິດບັງວີວ ຕ່າງໆ ແລະ gimbal ທີ່ວ່ານີ້ ຈະສາມາດຖ່າຍພາບໄດ້ 360 ອົງສາ ທີ່ເອີ້ນວ່າ panoramic.”
Drone ສາມາດທີ່ຈະ ຕາມເປົ້າໝາຍ ຫຼືສົ່ງໃຫ້ໄປທາງໃດ ກໍໄດ້ຕາມເຄື່ອງບັງຄັບຂ້າງນອກ. ແຕ່ວ່າ ມັນຍັງເປັນ Drone ເຄື່ອງທຳອິດ ທີ່ສາມາດບັງຄັບດ້ວຍການເໜັງຕີງຂອງແຂນ.
ທ່ານ Hu ກ່າວວ່າ ມັນປະຕິບັດໜ້າທີ່ຄ້າຍໆຄືກັນກັບເຄື່ອງບັງຄັບຫຼິ້ນ
ເກມ. ເຈົ້າພຽງແຕ່ຍ້າຍມື ແລ້ວ Drone ກໍຈະເຄື່ອນຍ້າຍຕາມມືຂອງທ່ານທີ່ເຄື່ອນໄຫວໄປ.
ຄືກັນກັບ Drones ຊະນິດອື່ນໆ PowerEgg ຍັງມີ ກ້ອງທີ່ສາມາດຖ່າຍຕົວມັນເອງທີ່ເອີ້ນວ່າ selfie mode ທີ່ສາມາດຕິດຕາມໜ້າຂອງຜູ້ບັງຄັບຂອງມັນ. ແຕ່ມັນຍັງສາມາດທີ່ຈະເກັບກຳພາບອັດໂຕໂນມັດ ທີ່ຖ່າຍທຳໄດ້ຍາກ ດ້ວຍມືບັງຄັບ.
ເຄື່ອງ PowerEgg ສາມາດບິນຂຶ້ນ ໄດ້ ແມັດ ຕໍ່ວິນາທີ.
ທ່ານ Hu ກ່າວວ່າ “Drone ລຳນີ້ຈະສາມາດບິນໄດ້ໄວ 47 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງນັ້ນຖືວ່າໄວ ແລະສາມາດບິນສູງກວ່າ ພັນ ແມັດ ແຕ່ກົດລະບຽບການຂໍຮ້ອງໃຫ້ພວກທີ່ໃຊ້ເຄື່ອງບິນພວກນີ້ ບິນໃນຄວາມສູງຕ່ຳກວ່າ 120 ຫຼື 115 ແມັດ.


ໃນເມື່ອ PowerEgg ມີຂະໜາດນ້ອຍແລະສາມາດບັນຈຸໃສ່ຖົງພາຍໄດ້ ພວກທີ່ຊົມໃຊ້ມັນ ໂດຍທີ່ບິນມັນຢູ່ຕາມເດີ່ນຫຼັງບ້ານ ຫຼືບໍ່ ກໍເວລາເດີນທາງທ່ອງທ່ຽວ ພະຈົນໄພຕ່າງໆ ທີ່ສາມາດເກັບກຳຮູບພາບຕ່າງໆ ຈາກມູມມອງທີ່ແປກໃໝ່ແລະແຕກຕ່າງອອກໄປ.



ວິທີເປີດໂປແກຼມທີ່ທ່ານໃຊ້ເລີ້ອຍໆ ໃນ Windows ຢ່າງວ່ອງໄວດ້ວຍKeyboard Shortcut

ຫາກທ່ານເປັນຄົນທີ່ໃຊ້ງານຄອມພິວເຕີລະບົບປະຕິບັດການ Windows ເປັນປະຈຳ ເວລາເຂົ້າໂປແກມໃຊ້ງານຕ່າງໆກໍ່ມັກຈະພິກທາງໜ້າຈໍ Desktop ຫຼືຜ່ານທາງ Start Menu ແຕ່ມື້ນີ້ຈະນຳສະເໜີວິທີເຂົ້າໂປແກມແບບໄວຂື້ນດ້ວຍ Keyboard Shortcut ທີ່ທ່ານສາມາດສ້າງປຸ່ມຂື້ນດ່ວນເພື່ອຮຽກໃຊ້ງານໂປແກມທັນທີແບບບໍ່ຕ້ອງຄິກບໍ່ຕ້ອງຈີ້ມພຽງແຕ່ຄຳສັ່ງບົນຄີບອດທີ່ທ່ານສ້າງເທົ່ານັ້ນ

ສົມມຸດວ່າທ່ານຕ້ອງການເຂົ້າໂປແກມ Line บน PC ຢ່າງວ່ອງໄວ ເລີຍຈະສ້າງປຸ່ມໄປລັດແອັບ Line
ກົດຄິກຂວາທີ່ໄອຄອນ Shortcut ໂປແກມ Line ເທິງ Desktop ແລ້ວເລືອກທີ່Properties
ຈາກນັ້ນກໍ່ສັງເກດໜ້າຕ່າງProperties ວ່າເລືອກທີ່ແທບ Shortcut ຄ່າໃຊ້ກໍ່ເບີ່ງໃນສ່ວນ Shortcut key ກໍ່ກຳໜົດປຸມລັດເພື່ອແອບ Line ໄດ້ເລີຍ ທີມງານກໍ່ເລີຍກົດ ກໍ່ປະກົດເປັນ ctrl + alt + L  ເປັນການສ້າງປຸ່ມລັດເພື່ອຮັບໂປແກມ Line ບົນWindows ໄວ້ໃຫ້ ຖ້າພໍໃຈກໍ່ຄິກທີ່ ok ຫຼື apply ໄດ້ເລີຍ

ເສັດແລ້ວກໍ່ລອງທົດສອບ Keyboard Shortcut ໂດຍກົດປຸ່ມ ປຸ່ມລັດທີ່ສ້າງໄວ້ ຢ່າງຕົວຢ່າງນີ້ ກົດ ctrl + alt + L ເບີ່ງວ່າແອັບLine ຈະທັນບໍ່ ປະກົດເຂົ້າສູ່ໂປແກມ Line For PC ແທ້ໆ ຖືວ່າການຕັ້ງຄ່າເສັດສົມບູນ ວິທີນີ້ໃຊ້ໄດ້ກັບ  Windows ທຸກເວີຊັ້ນ ແຕ່ຕ້ອງ login ດ້ວຍບັນຊີທີ່ໄດ້ເປັນສິດເປັນເຈົ້າຂອງເຄື່ອງ ຫຼື Admin ເທົ່ານັ້ນ

WhatsApp ແມ່ນຫຍັງ?

WhatsApp ແມ່ນ​ຫຍັງເຊື່ອ​ວ່າ​ຫຼາຍ​ຄົນ​ທີ່​ໃຊ້​ມື​ຖື​ແບບ​ສະ­ມາດ​ໂຟນ ກໍ່​ຕ້ອງ​ເຄີຍ​ໄດ້​ຍິນ​ຄຳ​ຖາມ ທີ່​ຖາມ​ວ່າ ໃຊ້ WhatsApp ບໍໄດ້​ລົງWhatsApp ຫຼື​ຍັງຊຶ່ງ​ອາດ​ເຮັດ​ໃຫ້​ຫຼາຍ​ຄົນ​ເກີດ​ອາ­ການ​ມຶນ​ງົງ ວ່າ WhatsApp ນີ້ ມັນ​ແມ່ນ​ຫຍັງ​ກັນ​ແທ້… ດັ່ງ­ນັ້ນ ເພື່ອ​ບໍ່​ໃຫ້​ຕົກ​ກະ­ແສ ເຮົາ​ມາ​ຮູ້­ຈັກ​ກັບ WhatsApp ກັນ​ດີ​ກວ່າ

“WhatsApp” ແມ່ນ ແອັບ​ພລິ​ເຄ​ເຊິນ ສຳ­ລັບ​ມື​ຖື ໃຊ້​ເພື່ອ​ສົ່ງ​ຂໍ້­ຄວາມ​ແບບ​ບໍ່​ຈຳ­ກັດ ລວມ​ທັງ​ການ​ສົ່ງ​ຮູບ​ພາບ ສຽງ ແລະ ວີ​ດີ​ໂອ ຂ້າມ​ລະ­ບົບ​ປະ­ຕິ­ບັດ​ການ (Platform) ເຊັ່ນ​ວ່າ iPhone, BlackBerry, Android ແລະ Nokia ຊ່ວຍ​ໃຫ້​ສາ­ມາດ Chat ກັບ​ໝູ່​ເພື່ອນ​ທີ່​ໃຊ້​ມື​ຖື​ຕ່າງ​ລະ­ບົບ​ປະ­ຕິ­ບັດ​ການ ຕົວ­ຢ່າງ: ທ້າວ ກ ໃຊ້​ງານ BlackBerry ແຕ່​ທ້າວ ຂ ໃຊ້​ງານ Android ທັງ​ສອງ​ຄົນ​ສາ­ມາດ Chat ກັນ​ໄດ້​ງ່າຍໆ ໂດຍ​ບໍ່​ຕ້ອງ​ໂທ​ລົມ​ກັນ ພຽງ​ແຕ່​ໃຊ້ WhatsApp ຊຶ່ງ​ຈະ​ຕ້ອງ​ເຊື່ອມ​ຕໍ່​ຜ່ານ​ລະ­ບົບ GPRS/EDGE, WiFi ແລະ 3G.
ສະ­ຫຼຸບ WhatsApp ແມ່ນ​ໂປຣ​ແກຣມ Chat ທີ່​ມິ​ລັກ­ສະ­ນະ​ການ​ທຳ​ງານ​ຄ້າຍ­ຄື​ກັບ MSN ທີ່​ຫຼາຍ​ຄົນ­ຮູ້​ຈັກ​ກັນ​ດີ.

WhatsApp ສາ­ມາດ​ດາວ​ໂຫຼດ ແລະ ໃຊ້​ງານ​ໄດ້ ຟຣີ” ສຳ­ລັບ BlackBerry, Android ແລະ Nokia ສ່ວນ​ຜູ້​ທີ່​ໃຊ້ iPhone ຖ້າ​ຫາກ​ຕ້ອງ­ການ​ໃຊ້ WhatsApp ນັ້ນ ຈະ​ຕ້ອງ​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ​ເພື່ອ​ຊື້ ແອັບຯ ໃນ​ລາ­ຄາ $ 0,99.
WhatsApp ເຮັດ​ຫຍັງ​ໄດ້​ແດ່?
-ສາ­ມາດ ແຊັດ ກັນ​ໝູ່​ເພື່ອນ​ໄດ້ ເຖິງ​ວ່າ​ຈະ​ໃຊ້​ງານ​ໂທລະ­ສັບ​ມື​ຖື​ຕ່າງ​ລະ­ບົບ​ກໍ່​ຕາມ ເພາະ WhatsApp ໃຊ້​ເບີ­ໂທລະ­ສັບ​ໃນ​ການ​ເຊື່ອມ​ຕໍ່
-ສາ­ມາດ​ສົ່ງ​ຂໍ້­ຄວາມ ຮູບ​ພາບ ວີ​ດີ​ໂອ ແລະ ຄລິບ​ສຽງ​ຕ່າງໆ ໄດ້​ຢ່າງ​ວ່ອງ­ໄວ
-ສາ­ມາດ​ສ້າງ​ກຸ່ມ​ເພື່ອ​ໃຊ້​ງານ ສຳ­ລັບ​ເວົ້າ​ລົມ​ກັນ​ສະ­ເພາະ​ກຸ່ມ​ໄດ້
-WhatsApp ຮອງ​ຮັບ ແລະ ເຊື່ອມ​ຕໍ່​ການ​ສົ່ງ​ຂໍ້­ຄວາມ​ລະ­ຫວ່າງ iPhone ແລະ ໂທລະ­ສັບ​ມື​ຖື​ຮຸ່ນ​ອື່ນໆ​ໄດ້​ເປັນ​ຢ່າງ​ດີ

-WhatsApp ໃຊ້​ງານ​ໄດ້​ງ່າຍ ດ້ວຍ​ໜ້າ​ຕາ​ທີ່​ລຽບ​ງ່າຍ


ວິທີການຖະໜອມດວງຕາຈາກການເບິ່ງ Computer ມີ ທ່ານຳກັນ

ທ່າທີ່ 1 ປົກດວງຕາ ໂຄ້ງອົ້ງມືທັງສອງປົກດວງຕາໄວ້ທຳມະດາ ລະຫວັງຢ່າໃຫ້ອົ້ງມືກົດທັບດວງຕາ ຄິດເຖິງບັນຍາກາດທີ່ຜ່ອນຄາຍເຊັ່ນ ວັນພັກຜ່ອນ ຢູ່ໃນທ່ານີ້ປະມານ 10 ນາທີ
ທ່າທີ່ 2 ສ້າງຈິນຕະນາການ ຕໍ່ຈາກທ່າທີ່ 1 ຍັງຄົງປົກດວງຕາໄວ້ ສ້າງຈິນຕະນາການ ວ່າຕົນເອງກຳລັງເບີ່ງວັດຖຸໃດໜື່ງທີ່ມີສີສັນສົດໃສ ມີລາຍລະອຽດຕ່າງໆທີ່ຈະແຈ້ງເຊັ່ນ ເບີ່ງເຫັນດອກໄມ້ສີເຫຼືອງ ເຫັນກີບດອກແຕ່ລະກີບລະອຽດຊັດເຈນ ສາຍຕາທີ່ຄົມຊັດຈາກຈິນຕະນາການຂອງເຮົາເອງຈະຊ່ວຍປັບປຸງສາຍຕາແທ້ໆຂອງເຮົາໄດ້ເປັນຢ່າງດີ
ທ່າທີ່ 3 ກວາດສາຍຕາ ເບີ່ງແບບບໍ່ຕ້ອງຈ້ອງ (ຄົນສາຍຕາສັ້ນມັກຈະຈ້ອງເບີ່ງສິ່ງໃດໜື່ງເປັນເວລາດົນ) ກວາດສາຍຕາໄປຕາມວັດຖຸທີ່ຢູ່ໄກໆ ທາງນັ້ນ ທາງນີ້ໃຫ້ສາຍຕາເຮົາໄດ້ຜ່ອນຄາຍ
ທ່າທີ່ 4 ພັບຕາເຝິກນິໄສພັບຕາ 1-2 ເທື່ອທຸກໆ 10 ວິນາທີ ຊ່ວຍໃຫ້ແກ້ວຕາສະອາດ ແລະ ມີນ້ຳຫຼໍ່ລ້ຽງ ໂດຍສະເພາະຄົນທີ່ໃສ່ແວ່ນ ຫຼື ຄອນເທັກເລນເປັນສິ່ງຈຳເປັນຫຼາຍ
ທ່າທີ່ 5 ໂຟກັສພາບໃກ້ ແລະ ໄກ ຢຽດແຂນຊ້າຍໄປໃຫ້ໄກສຸດ ຕັ້ງນີ້ວຊີມືຊ້າຍຂື້ນ ເພື່ອເປັນຈຸດໂຟກັສ ໃນຂະນະດຽວກັນ ຕັ້ງນີ້ວຊີມືຂວາໃຫ້ຫ່າງຈາກໃບໜ້າປະມານ  3 ນີ້ວ  (7.5 ຊມ.) ໂຟກັສພາບທີ່ແຕ່ລະນີ້ວສະລັບກັນໄປມາ ເຮັດເປັນປະຈຳເມື່ອມີໂອກາດ
ທ່າທີ່ 6 ລູບດວງຕາ ຕື່ນນອນທຸກເຊົ້າເອົານ້ຳອຸ່ນມາລູບດວງຕາປະມານ  20 ຄັ້ງ ສະລັບກັບນ້ຳເຢັນອີກປະມານ  20 ຄັ້ງ ເພື່ອຊ່ວຍໃຫ້ເລືອດໝູນວຽນມາລ້ຽງດວງຕາດີຂື້ນ ການຈົບດ້ວຍນ້ຳເຢັນ ເຮັດໃຫ້ກ້າມເນື້ອຕາ ແລະ ໜັງຕາກະຊັບບໍ່ຍານ ກ່ອນເຂົ້ານອນໃຫ້ເອົານ້ຳມາລູບດວງຕາອີກຄັ້ງໜື່ງ ແຕ່ເທື່ອນີ້ລູບດ້ວຍນ້ຳເຢັນກ່ອນແລ້ວຈື່ງເອົານ້ຳອຸ່ນມນລູບອີກ ຈະເຮັດໃຫ້ກ້າມເນື້ອຕາ ແລະ ໜັງຕາໄດ້ຜ່ອນຄາຍ ກ່ອນເຂົ້ານອນ
ທ່າທີ່ 7 ແກວ່ງໂຕ ຢືນແຍກຂາເທົ່າກັບຊ່ວງບາໄຫຼ່ ແກວ່ງໂຕໄປມາຈາກຊ້າຍຫາຂວາ ເທນ້ຳໜັກໂຕລົງໃສ່ຂາແຕ່ລະຂ້າງສະລັບກັນໄປມາ ສາຍຕາເບິ່ງໄປໄກໆ ແຕ່ບໍ່ຕ້ອງຈ້ອງເບິ່ງປ່ອຍໃຫ້ຈຸດທີ່ເຮົາເບີ່ງແກວ່ງໄປມາຊ້າຍຫາຂວາຕາມການແກວ່ງໂຕ ທ່ານີ້ຈະເຮັດໃຫ້ດວງຕາໄດ້ພັກ ແລະ ມີການປັບໂຕດີຂື້ນ ເຮັດເປັນປະຈຳເລື່ອຍໆ ແລະ ເປີດເພງໄປນຳຍິ່ງເປັນການດີ 
ວິທີນີ້ ໄດ້ຮັບການຢືນຢັນຈາກແພດຈຳນວນຫຼາຍວ່າເປັນການເຝິກດວງຕາທີ່ເປັນລະບົບຊ່ວຍຮັກສາ ສາຍຕາໄດ້
ຂໍ້ມູນຈາກ: yenta4

No comments:

Post a Comment