Wednesday, December 20, 2017

ຂ່າວຕ່າງປະເທດ

ເຮືອບັນທຸກຍົນອັງກິດ ພົບຮອຍຮົ່ວ

ເຮືອບັນທຸກຍົນລຳໃຫມ່ລ່າສຸດຂອງກອງທັບເຮືອອັງກິດ ແລະ ຍັງແພງທີ່ສຸດເກືອບ 3ພັນລ້ານປອນ ປະມານ 4ພັນລ້ານໂດລາສະຫະລັດ ພົບບັນຫາມີຮອຍຮົ່ວເພົາຈຳຕ້ອງສົ່ງເຂົ້າຊ້ອມແປງ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງລອນດອນ ປະເທດອັງກິດເມື່ອວັນທີ 19ທັນວາວ່າ: ເຮືອບັນທຸກຍົນ ເອຊເອັມເອສ ຄວີນເອລິຊາເບດ ເຮືອຮົບລຳໃຫມ່ລ່າສຸດຂອງກອງທັບເຮືອອັງກິດ ງົບປະມານກໍ່ສ້າງເກືອບ 4ພັນລ້ານໂດລາ ສະຫະລັດ ທັງທີ່ຫາກໍ່ຈະເຂົ້າປະການໃນກອງທັບເຮືອອັງກິດເມື່ອຊ່ວງຕົ້ນເດືອນທີ່ຜ່ານມາ ມີກຳນົດເຂົ້າແປງທີ່ທ່າເຮືອເມືອງປອຣສະມັນ ເນື່ອງຈາກມີບັນຫາຮອຍຮົ່ວທີ່ບໍລິເວນກັນຮົ່ວເພົາ

ທ່ານກາວິນ ວິລລຽມສັນ ລັດຖະມົນຕີກະລາໂຫມອັງກິດກ່າວວ່າ: ໃນສ່ວນຂອງຄ່າໃຊ້ຈ່າຍໃນການຊ້ອມແປງນັ້ນຈະບໍ່ກະທົບກັບເງິນພາສີຂອງປະຊາຊົນ ເພາະຍັງຢູ່ໃນສັນຍາທີ່ບໍລິສັດຜູ້ສ້າງຈະຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ໃນການຊ້ອມແປງ ແລະ ເປັນເຫດຜົນທີ່ຈະຕ້ອງມີການທົດລອງເດີນເຮືອເພື່ອໃຫ້ແນ່ໃຈວ່າທຸກຍ່າງໄດ້ສົມບູນແລ້ວ

ຖະແຫລງການຂອງກອງທັບເຮືອອັງກິດລະບຸວ່າ: ບັນຫາຮອຍຮົ່ວທີ່ເກີດຂື້ນບໍ່ກະທົບການເດີນເຮືອ ຫລື ການທົດລອງເດີນເຮືອໄລຍະໄກ ສົມເດັດພະລາຊິນີນາກອາລິຊາເບດທີແຫ່ງອັງກິດ ສະເດັດມາເປັນປະທານໃນພິທີເຂົ້າປະຈຳການ ເຮືອບັນທຸກຍົນລຳນີ້ ເຊິ່ງໄດ້ຮັບພະຣາດຊະທານຊື່ວ່າ ຄວີນ ເອລິຊາເບດ

ເຮືອບັນທຸກຍົນເອຊເອັມເອສ ຄວີນ ເອລິຊາເບດ ຄວາມຍາວ 280ແມັດ ຖືເປັນເຮືອຮົບທີ່ມີແສນຍານຸພາບກຽງໄກທີ່ສຸດຂອງກອງທັບເຮືອອັງກິດ ຢູ່ລະຫວ່າງການທົດລອງແລ່ນເຮືອ ມີກຳນົດເຂົ້າປະຕິບັດການໃນກອງທັບເຮືອໃນປີ 2563 ມີກຳລັງພົນ 1,000ຄົນຍົນ 40ລຳ ລະວາງຂັບນໍ້າ 65,000ຕັນ


ຂໍ້ມູນຈາກ: ເດລິນີວ

No comments:

Post a Comment