Wednesday, December 20, 2017

ເສດຖະກິດ

ໝົດປີ 2017 ລາວຈະຜະລິດໄຟຟ້າກວ່າ 29 ພັນລ້ານ ກິໂລວັດໂມງ


ໃນ​ບົດ​ລາຍ​ງານ​ ແຜນ​ພັດທະນາ​ເສດຖະກິດ-ສັງ​ຄົມ ປີ 2017 ຂອງລັ​ດຖະບານ​ລະບຸ​ວ່າ: ການ​ຜະລິດ​ກະ​ແສ​ໄຟຟ້າ​ໃນ 6 ​ເດືອນ​ຕົ້ນ​ປີ2017 ສາມາດ​ປະຕິບັດ​ໄດ້ 13.559 ລ້ານ​ກິ​ໂລ​ວັດ​ໂມງຄາດ​ຄະ​ເນໝົດປີ ຈະ​ຜະລິດ​ໄດ້ 29.052 ລ້ານ​ກິ​ໂລ​ວັດ​ໂມງ​ເທົ່າ​ກັບ 96,84% ຂອງ​ແຜນການ​ປີ.ທັງ​ນີ້​ຍ້ອນ​ວ່າ ​ໂຄງການ​ເຊ​ກະໝານ 3 ບໍ່​ໄດ້​ດຳ​ເນີນ​ການ​ຜະລິດ ຈຶ່ງ​ເຮັດ​ໃຫ້​ບໍ່ສາມາດ​ບັນລຸ​ຕາມ​ແຜນການ 30.000 ລ້ານ​ກິ​ໂລ​ວັດ​ໂມງ​ຢ່າງ​ໃດ​ກໍ​ຕາມທ້າຍ​ປີ 2017 ຈະ​ມີ 6 ​ໂຄງການລວມ  ກຳລັງ​ຕິດ​ຕັ້ງ ເກືອບ 400 ​ເມ​ກາ​ວັດ ​ເຊັນ: ​ໂຄງການ​ນ້ຳ​ແຈນ້ຳ​ກົງ​ເຊ​ກະໝານ-ຊານ​ໄຊນ້ຳ​ໃຜ່ນ້ຳ​ງາ ​ແລະ ​ເຊ​ກະ​ຕຳ-​ເຊ​ນ້ຳ​ນ້ອຍ ຊຶ່ງຈະ​ສຳ​ເລັດ​ການກໍ່ສ້າງ ​ແລະ ດຳ​ເນີນ​ການ​ຜະລິດ​ໄຟຟ້າ.

ສຳລັບ​ການ​ກະຈາຍ​ກະ​ແສ​ໄຟຟ້າ 6 ​ເດືອນ​ຕົ້ນ​ປີ​ນີ້ ປະຕິບັດ​ໄດ້ 13.332 ລ້ານ​ກິ​ໂລ​ວັດ​ໂມງມູນ​ຄ່າ 810 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ນັ້ນ,ຈຳໜ່າຍພາຍ​ໃນ​ປະ​ເທດ 2.454 ລ້ານ​ກິ​ໂລ​ວັດ​ໂມງມູນ​ຄ່າ 214 ລ້ານ​ໂດ​ລາ​ສະຫະລັດ ​ແລະ ສົ່ງ​ອອກ​ຕ່າງປະ​ເທດ 10.877 ລ້ານ​ກິ​ໂລ​ວັດ​ໂມງມູນ​ຄ່າ596 ລ້ານ​ໂດ​ລາ​ສະຫະລັດຄາດ​ຄະ​ເນໝົດປີ ​ຈະ​ສົ່ງ​ອອກ 23.336 ລ້ານ​ກິ​ໂລ​ວັດ​ໂມງ ​ແລະ ການ​ນຳ​ເຂົ້າ​ໄຟຟ້າ ຈະ​ມີ​ປະມານ 364 ລ້ານ​ກິ​ໂລ​ວັດ​ໂມງ.ຮອດ​ເດືອນ 6 ປີ 2017 ສາມາດ​ສະຫລຸ​ບ​​ຄວາມ​ຄືບໜ້າ​ໃນ​ການກໍ່ສ້າງ​ເຂື່ອນ​ໄຟຟ້າ​ແຫ່ງ​ຕ່າງໆ ​ເຊັ່ນ: ​ເຂື່ອນ​ນ້ຳຂອງ ​ແຂວງ​ໄຊ​ຍະ​ບູລີມີ​ກຳລັງ​ຕິດ​ຕັ້ງ1.285 ​ເມ​ກາ​ວັດ ສຳ​ເລັດ​ແລ້ວ 85%; ​ເຂື່ອນ​ເຊ​ກະໝານ I ​ແລະ ຊານ​ໄຊກຳລັງ​ຕິດ​ຕັ້ງ 32 ​ເມ​ກາ​ວັດ ສຳ​ເລັດ 95%; ​ເຂື່ອນ​ນ້ຳ​ງຽບ I ກຳລັງ​ຕິດ​ຕັ້ງ 272 ​ເມ​ກາ​ວັດສຳ​ເລັດ 68,410%; ​ເຂື່ອນ​ນ້ຳ​ຈຽນກຳລັງ​ຕິດ​ຕັ້ງ 104 ​ເມ​ກາ​ວັດສຳ​ເລັດ 95%; ​ເຂື່ອນ​ນ້ຳ​ງື່ມ 3 ກຳລັງ​ຕິດ​ຕັ້ງ 460 ​ເມ​ກາ​ວັດສຳ​ເລັດ38,93%; ​ເຂື່ອນ​ເຊ​ປ່ຽນ-​ເຊ​ນ້ຳ​ນ້ອຍກຳລັງ​ຕິດ​ຕັ້ງ 410 ​ເມ​ກາ​ວັດສຳ​ເລັດ 76,51%; ​ເຂື່ອນ​ນ້ຳ​ລີກ I, ກຳລັງ​ຕິດ​ຕັ້ງ 64 ​ເມ​ກາ​ວັດ ສຳ​ເລັດ 56%; ນ້ຳ​ທາI, ກຳລັງ​ຕິດ​ຕັ້ງ 168 ​ເມ​ກາ​ວັດສຳ​ເລັດ 85,23% ​ແລະ ​ເຂື່ອນ​ດອນ​ສະ​ໂຮງກຳລັງ​ຕິດ​ຕັ້ງ 260 ​ເມ​ກາ​ວັດສຳ​ເລັດ 20%.

ມາ​ຮອດ​ປັດຈຸບັນ​ໂຄງການ​ໄຟຟ້າ​ທີ່​ກໍ່ສ້າງ​ສຳ​ເລັດ ​ແລະ ດຳ​ເນີນ​ການ​ຜະລິດ​ກະ​ແສ​ໄຟຟ້າ ທີ່​ມີ​ກຳລັງ​ຕິດ​ຕັ້ງ I ​ເມ​ກາ​ວັດ​ຂຶ້ນ​ໄປ ມີ​ທັງໝົດ 46 ​ແຫ່ງລວມກຳລັງ​ຕິດ​ຕັ້ງ 6.757 ​ເມ​ກາ​ວັດສາມາດ​ຜະລິດ​ພະລັງງານ​​ໄຟຟ້າໄດ້ 35.608 ລ້ານ​ກິ​ໂລ​ວັດ​ໂມງ/ປີ. ​ໃນ​ນີ້ມີ​ເຂື່ອນ​ທີ່​ໃຊ້​ພະລັງ​ນ້ຳ 43 ​ແຫ່ງ,ພະລັງ​ຄວາມ​ຮ້ອນ​ຈາກ​ຖ່ານ​ຫີນ 1 ​ແຫ່ງ ​ແລະ ພະລັງ​ຈາກ​ກາກ​ອ້ອຍ 2 ​ແຫ່ງ. ພ້ອມ​ນີ້ຍັງ​ມີ​ເຂື່ອນ​ທີ່​ມີ​ກຳ ລັງ​ຕິດ​ຕັ້ງ​ຕ່ຳ​ກວ່າ I ​ເມ​ກາ​ວັດ ​ອີກ​ຈຳນວນໜຶ່ງ ​ເປັນ​ຕົ້ນ​ເຂື່ອນ​ປາກ​ມອງຫ້ວຍ​ແສ້ນ້ຳສາດນ້ຳ​ສານນ້ຳ​ແອດນ້ຳ​ໂສ້ ​ແລະ ​ເຂື່ອນອື່ນໆ.


ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ

No comments:

Post a Comment